Breaking News

ຜົວຈັບໄດ້ເມຍກິນເງິນ

ແບ່ງປັນ

 

ກາຍເປັນຂ່າວດັງ ກັນທັງໂຊຊ່ຽວ ເມື່ອເມຍຕັດສິນໃຈເຊື່ອງເງິນຜົວແບບນີ້… ແມ່ບ້ານຄົນໜຶ່ງໃນ ປະເທດ ໂຄລໍາເບຍ ຕັດສິນໃຈກືນກິນເງິນ ໃບ 100 ໂດລາ ເພື່ອບໍ່ໃຫ້ສາມີນໍາໄປຈ່າຍ ລວມທັງໝົດ 7.000 ໂດລາ ໂດຍແພດສາມາດ ນໍາເອົາມາໄດ້ພຽງ  57 ໃບ ເປັນມູນຄ່າ 5.700 ໂດລາ ສ່ວນທີ່ເຫຼືອນັ້ນ ບໍ່ສາມາດນໍາອອກມາໄດ້ ເນື່ອງຈາກວ່າ ມັນໄດ້ຜ່ານເຂົ້າໄປໃນລໍາໄສ້ໃຫຍ່ແລ້ວ. .

ເລື່ອງມີຢູ່ວ່າ: ລາວໄດ້ນໍາເອົາເຄື່ອງໃຊ້ໄຟຟ້າໃນເຮືອນໄປຂາຍ ແລ້ວນໍາເງິນມາ ແລະ ຄິດວ່າຈະນໍາກ້ອນນີ້ພາສາມີໄປທ່ຽວໃນມື້ພັກຜ່ອນ ແຕ່ແລ້ວຜົວເມຍເລີຍຜິດຖຽງກັນເສຍກ່ອນ ຝ່າຍຍິງເລີຍກືນກິນເງິນເພືອເຮັດໃສ່ຜົວ ຜົນສຸດທ້າຍຄື ຕ້ອງນໍາສູ່ໂຮງໝໍ ເພື່ອຜ່າຕັດນໍາເອົາເງິນດັ່ງກ່າວອອກມາ .

ແບ່ງປັນ