Breaking News

mai khammaioubphaysack

ເກີດເທື່ອດຽວໄດ້ຝາແຝດ 6 ຄົນ

ນາງ ອະຈິໂບລາ ໄທໄວ ແມ່ຍິງຄົນໄນຈີເລຍ ໄດ້ເກີດລູກຝາແຝດເຖິງ 6 ຄົນດ້ວຍການປາດ ທີ່ສູນການແພດມະຫາວິທະຍາໄລເຄືອລັດເວີຈີເນຍ ໃນສະຫະລັດເມື່ອບໍ່ດົນມານີ້ ຊຶ່ງຝາແຝດ ທັງ6 ຄົນນັ້ນເປັນຍິງ 3 ແລະ ຊາຍ 3 ຄົນ ແລະ ທັງໝົດແມ່ນມີສຸຂະພາບແຂງແຮງດີ ແລະ ການປາດທ້ອງໃນຄັ້ງນີ້ຕ້ອງໄດ້ໃຊ້ທີມແພດເຖິງ 40 ຄົນ ຊຶ່ງຜົວເມຍຄູ່ນີ້ມາຈາກທິດຕະເວັນຕົກຂອງປະເທດໄນຈີເລຍ ໄດ້ພະຍາຍາມມີລູກນໍາກັນມາໄດ້ 17 ປີແລ້ວແຕ່ບໍ່ໄດ້ຜົນ ຈົນມາເຖິງເດືອນ ພະຈິກ ປີຜ່ານມາ ແພດໄດ້ວິໄຈວ່າ: ນາງ ອະຈິໂບລາ ໄດ້ມານລູກ. ຊຶ່ງກໍລະນີທີ່ມານລູກຝາແຝດເຖິງ 6 ຄົນນີ້ ມີຄວາມຍາກທີ່ຈະເກີດຂຶ້ນ ໂດຍປີ 2015 ມີເດັກນ້ອຍ 4 ລ້ານກວ່າຄົນເກີດໃນສະຫະລັດ ແລະ ຈໍານວນນີ້ເປັນແຝດ 4 ຄົນຂຶ້ນໄປພຽງ 24 ຄົນເທົ່ານັ້ນ.

Read More »

ມາກ ຊັກກະເບີກ ຮັບໃບປະລິນຍາເອກແລ້ວ

  ຫຼັງຈາກທີ່ລາອອກຈາກ ມະຫາວິທະຍາໄລ Havard ເມື່ອ 13 ປີກ່ອນ ເພື່ອມາບຸກບືນສ້າງ Fackbook ຈົນປະສົບຜົນສໍາເລັດເປັນເຄືອຄ່າຍສັງຄົມອອນໄລລະດັບໂລກ ແລະ ດຽວນີ້ ມາກ ຊັກກະເບີກ ໄດ້ກັບມາທີ່ມະຫາວິທະຍາໃນຖານະ ບັນດິດກິຕິມະສັກ ໂດຍປະທານ ບໍລິສັດ Fackbook ເຂົ້າຮ່ວມພິທີຈົບການສຶກສາຂອງບັນດິມະຫາວິທະຍາໄລ Havard ລຸ້ນທີ 336 ທີ່ເມືອງ ແຄມບຣິດ ສະຫະລັດ ເມື່ອວັນພະຫັດ ທີ 25 ພຶດສະພາ 2017 ໂດຍໃນໂອກາດນີ້ ທາງມະຫາວິທະຍາໄລ ໄດ້ມອບໃບປະລິນຍານິຕິສາດຸດຖິບັນດິດກິດຕິມະສັກ (ປະລິນຍາເອກ) ໃຫ້ແກ່ ມາກ ຊັກກະເບີກ ທີ່ອາຍຸດຽວນີ້ 33 ປີ ຊຶ່ງເຄີຍສຶກສາດ້ານຈິດວິທະຍາ ແລະ ວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລແຫ່ງນີ້ ກ່ອນທີ່ຈະລາອອກໄປເມື່ອເດືອນ ພຶດສະພາ 2004 ເພື່ອສ້າງ Fackbook. ຊຶ່ງ …

Read More »

ອາຍຸ ພຽງ 14 ປີ ຄວ້າປະລິຍາຕີສໍາເລັດ

  ມາຮູ້ຈັກໜຸ່ມໜ້ອຍ ທີ່ມີຊື່ວ່າ: ຄາສັນ ຮິວອີຢູ (Carson Huey-You) ທີ່ເອີ້ນໄດ້ວ່າ: ເປັນອັດສະລິຍະກໍວ່າໄດ້ ເມື່ອລາວອາຍຸພຽງແຕ່ 14 ປີ ເທົ່ານັ້ນ ກໍສາມາດຮຽນຈົບລະດັບການສຶກສາປະລິຍາຕີທີ່ອາຍຸໜ້ອຍທີ່ສຸດຂອງມະຫາວິທະຍາໄລ ເທັກຊັສ ຄຣິດຕຽນ. ຊຶ່ງໜຸ່ມໜ້ອຍຄົນນີ້ ເລີ່ມເຂົ້າສຶກສາລະດັບປິລິນຍາຕີຕັ້ງແຕ່ອາຍຸ ພຽງ 11 ປີ ໃນສາຂາວິຊາ ຟີຊິກ ຮຽນຄວບຄູ່ກັບຄະນິດສາດ ແລະ ພາສາຈີນ ທີ່ມະຫາວິທະຍາໄລດັ່ງກ່າວ ແລະ ຈົບການສຶກສາຕາມຫຼັກສູດ 4 ປີ ພ້ອມກັນໝູ່ຄູ່ຮ່ວມລຸ້ນອີກ 2.000 ກວ່າຄົນ.

Read More »

ເພີ່ມໂອກາດໃຫ້ຄົນລາວເຂົ້າເຖິງວຽກເຮັດຫຼາຍຂຶ້ນ

  ໂຄງການເສີມສ້າງ ຄວາມອາດສາມາດທາງດ້ານ ວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ລາວ. ທະນາຄານພັດທະນາອາຊີ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມດັ່ງກ່າວຂຶ້ນເມື່ອວັນທີ 12 ພຶດສະພາ 2017 ໂດຍການເປັນທານຂອງທ່ານ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ຜູ້ຮັກສາການຜູ້ຕ່າງໜ້າສໍານັກງານ ທະນາຄານອາຊີ ປະຈໍາລາວ. ທ່ານ ຊຸນສຸເກາະ ບັນໂດະ ຮັກສາການຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈໍາລາວ ກ່າວວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປີດໂອກາດໃຫ້ຜູ້ສະແຫວງຫາວຽກເຮັດງານທໍາໄດ້ເຂົ້າເຖິງຂໍ້ມູນຂ່າວສານການຈ້າງງານ ທັງເຂດຕົວເມືອງ ແລະ ຊົນນະບົດ ຫຼາຍຂຶ້ນ, ໂດຍມີການປຶກສາຫາລືກັບຂະແໜງການເອກະຊົນ ແລະ ບັນດາສະຖາບັນທີ່ສະໜອງການຝຶກອົບຮົມທັກສະ ແລະ ສືມືແຮງງານ, ເພື່ອຂະຫຍາຍແຫຼ່ງຂໍ້ມູນຂ່າວສານ ແລະ ລະຫວ່າງຜູ້ຈ້າງງານ ແລະ ຜູ້ຊອກຫາວຽກເຮັດງານທໍາ. ແຫຼ່ງຂໍ້ມູນ: ລາວພັດທະນາ

Read More »

1 ພຶດສະພາ 2017 ເປັນຕົ້ນໄປ ຊອງ ຫຼື ຕຸດຢາສູບ ທັງຜະລິດພາຍໃນ ແລະ ຕ່າງປະເທດ ຕ້ອງມີຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດ 75%

  ວັນທີ 31 ພຶດສະພາ ຂອງແຕ່ລະປີ, ອົງການອະນາໄມໂລກ ພ້ອມດ້ວຍພາຕີສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ລວມທັງ ສປປ ລາວ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນງົດຢາສູບໂລກດ້ວຍການວາງຄໍາຂວັນ ສໍາຫຼັບປີນີ້ແມ່ນ “ຢາສູບ ເປັນໄພຂົ່ມຂູ່ ຕໍ່ການພັດທະນາ” ທັງນີ້ກໍເພື່ອຊຸກຍູ້ບັນດາປະເທດ ນໍາເອົາບັນດານະໂຍບາຍການຄວບຄຸມ ບັນຈຸເຂົ້າໃນແຜນພັດທະນາແຫ່ງຊາດແບບຍືນຍົງ ຮອດປີ 2030, ເພື່ອເປັນການສະເຫຼີມສະຫຼອງ ວັນງົດສູບຢາ ວັນທີ 31 ພຶດສະພາ 2017 ແລະ ເປັນການສະໜອງຂໍ້ມູນຂ່າວສານກ່ຽວກັບຢາສູບໃຫ້ແກ່ສື່ມວນຊົນ ເພື່ອນໍາໄປສື່ສານ ແລະ ໂຄສະນາປະຊາສຳພັນໃຫ້ແກ່ ປະຊາຊົນລາວໃນຂອບເຂດທົ່ວປະເທດຮັບຮູ້. ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2017 ກະຊວງສາທາລະນະສຸກ ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ຈັດງານສຳມະນາໃຫ້ສື່ມວນຊົນກ່ຽວກັບ ການຄວບຄຸມຢາສູບ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍການເປັນປະທານ …

Read More »