Breaking News

1 ພຶດສະພາ 2017 ເປັນຕົ້ນໄປ ຊອງ ຫຼື ຕຸດຢາສູບ ທັງຜະລິດພາຍໃນ ແລະ ຕ່າງປະເທດ ຕ້ອງມີຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດ 75%

ແບ່ງປັນ

 

ວັນທີ 31 ພຶດສະພາ ຂອງແຕ່ລະປີ, ອົງການອະນາໄມໂລກ ພ້ອມດ້ວຍພາຕີສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ລວມທັງ ສປປ ລາວ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນງົດຢາສູບໂລກດ້ວຍການວາງຄໍາຂວັນ ສໍາຫຼັບປີນີ້ແມ່ນ “ຢາສູບ ເປັນໄພຂົ່ມຂູ່ ຕໍ່ການພັດທະນາ” ທັງນີ້ກໍເພື່ອຊຸກຍູ້ບັນດາປະເທດ ນໍາເອົາບັນດານະໂຍບາຍການຄວບຄຸມ ບັນຈຸເຂົ້າໃນແຜນພັດທະນາແຫ່ງຊາດແບບຍືນຍົງ ຮອດປີ 2030,

ເພື່ອເປັນການສະເຫຼີມສະຫຼອງ ວັນງົດສູບຢາ ວັນທີ 31 ພຶດສະພາ 2017 ແລະ ເປັນການສະໜອງຂໍ້ມູນຂ່າວສານກ່ຽວກັບຢາສູບໃຫ້ແກ່ສື່ມວນຊົນ ເພື່ອນໍາໄປສື່ສານ ແລະ ໂຄສະນາປະຊາສຳພັນໃຫ້ແກ່ ປະຊາຊົນລາວໃນຂອບເຂດທົ່ວປະເທດຮັບຮູ້. ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2017 ກະຊວງສາທາລະນະສຸກ ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ຈັດງານສຳມະນາໃຫ້ສື່ມວນຊົນກ່ຽວກັບ ການຄວບຄຸມຢາສູບ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍການເປັນປະທານ ບຸນຫານ ສຸລິໂຍ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ດຣ ບຸນລົ້ນ ເກດສຸວັນນະສານ ທີ່ປຶກສາວຽກງານຄວບຄຸມຢາສູບ ກະຊວງສາທາລະນະສຸກ, ມີບັນດານັກວິທະຍາກອນຈາກການຄວບຄຸມຢາສູບ ກະຊວງສາທາລະນະສຸກ, ມີບັນດາບັນນາທິການ ແລະ ນັກຂ່າວ ເຂົ້າຮ່ວມ.

ມະນີພັນ ວົງໂພສີ ໄດ້ໃຫ້ຮູ້ວ່າ: ສະພາບການສູບຢາທົ່ວໂລກໃນປັດຈຸບັນມີຈຳນວນຜູ້ສູບຢາຫຼາຍກວ່າ 1,1 ຕື້ກວ່າຄົນ ຊາຍ 945 ລ້ານຄົນ ແລະ ຄາດວ່າຈະເພີ່ມເປັນ 2 ຕື້ພາຍໃນປີ 2030 ແຕ່ລະປີມີຄົນຕາຍຍ້ອນຢາສູບ 6 ລ້ານຄົນ. ສຳລັບສະພາບການສູບຢາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜົນສຳຫຼວດຂອງອັດຕາການສູບຢາປີ 2016 ທີ່ຜ່ານ ອັດຕາການສູບຢາຂອງຜູ້ຊາຍສູງທີ່ສຸດແມ່ນ ອິນໂດເນເຊຍ 66% ແມ່ຍິງ 8,4% ແລະ ຕໍ່າທີ່ສຸດແມ່ນໃນ ສິງກະໂປມີພຽງ 23.1% ເທົ່ານັ້ນ. ສຳລັບຢູ່ລາວ ສຳລັບຜູ້ຊາຍແມ່ນ 50.8%. ແລະ ແມ່ຍິງ ລາວ 7.1%. ເຖິງວ່າ ຈຳນວນຄົນລາວສູບຢາພຽງ ແປດແສນກວ່າຄົນ ແຕ່ຄິດໄລ່ເປັນອັດສ່ວນແລ້ວເປັນອັນດັບສອງ ຮອງຈາກອິນໂດເນເຊຍ.

ເພື່ອເປັນການຫຼຸດຜ່ອນການສູບຢາ ປັດຈຸບັນຢູ່ລາວເຮົາກໍໄດ້ນຳໃຊ້ 5 ມາດຕະການຫຼັກຄື: 1. ໃຫ້ເພີ່ມເຂດປອດຢາສູບໃນສະຖານທີສາທາລະນະຕ່າງໆຢ່າງເຂັ້ມງວດເຊັ່ນ: ໂຮງຮຽນ, ໂຮງໝໍ,​ ໂຮງອາຫານ, ອາຄານສະຖານທີ່ຕ່າງໆ…, 2. ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງຢາສູບ, 3. ພິມຄຳເຕືອນເປັນຮູບພາບໃນຊອງຢ່ສູບໃຫ້ໄດ້ 75% ຂອງຊອງ, 4. ຫ້າມໂຄສະນາກ່ຽວກັບຢາສູບ, 5. ຂຶ້ນອາກອນຢາສູບໃຫ້ສູງໆ ເຮັດໃຫ້ລາຄາຢາສູບແພງຂຶ້ນ, ເຊິ່ງຈະມີປະສິດທິພົນສູງສຸດໃນການຫຼຸດຜ່ອນການສູບຢາໃນກຸ່ມໄວໜຸ່ມ ແລະ ຜູ້ມີລາຍໄດ້ຕໍ່າ ສຳລັບກົດໝາຍວ່າດ້ວຍສ່ວຍສາອາກອນລາວ ແມ່ນໄດ້ກຳນົດອັດຕາອາກອນຊົມໃຊ້ທີ 60% ແລະໄດ້ປັບເປັນ 30% ຂອງລາຄາຍ່ອຍ (2016) ແຕ່ການຈັດຕັ້ງປະຕິບັດລັດສາມາດເກັບໄດ້ພຽງແຕ່ 15% ຂອງລາຄາຕົ້ນທຶນຢາສູບເທົ່ານັ້ນ ເນື່ອງຈາກສັນຍາທີ່ໄດ້ເຊັ່ນກັບບໍລິສັດຢາສູບ ແຕ່ໃນປີ 2001-2026 ແລະ ໄດ້ອາກອນເດັດຖານ 500 ກີບຕໍ່ຊອງ ແຕ່ປີ 2011.

ປັດຈຸບັນ, ລັດຖະບານເຮົາກໍໄດ້ມີເລີ່ມນຳໃຊ້ມາດຕະການຫຼຸດຜ່ອນການສູບຢາທັງ 5 ແລ້ວ ໂດຍສະເພາະປີນີ້ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ໃຫ້ພິມຄຳເຕືອນສຸຂະພາບເປັນຮູບພາບ ຂະໜາດ 75% ໃສ່ຊອງ ແລະ ຕຸດຢາສູບ ບໍ່ວ່າຈະຜະລິດຢູ່ພາຍໃນ ຫຼື ນໍາເຂົ້າຈາກຕ່າງປະເທດ ເພື່ອທີ່ຈໍາໜ່າຍໃນ ສປປ ລາວ ລວມທັງຮ້ານຄ້າປອດພາສີ ກໍຕ້ອງການປະຕິບັດຕາມເຊິ່ງໄດ້ມີຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໃນເດືອນ ພຶດສະພາ 2016 ເປັນຕົ້ນມາ ແລະ ຈະໃຫ້ມີຜົນບັງຄັບໃຊ້ໃນວັນທີ 1 ພຶດສະພາ 2017 ເປັນຕົ້ນໄປ ຈະໃຫ້ໄລຍະ 3 ເດືອນທີ່ຈະມີການຂາຍຊອງຢາສູບທີ່ເປັນໂລໂກ້ຂອງຕົນເອງ ປົນກັບຊອງຢາສູບທີ່ມີຄຳເຕືອນດ້ານສຸຂະພາບ ແຕ່ຕັ້ງແຕ່ວັນ 1 ສິງຫາ 2017 ແມ່ນຈະໃຫ້ມີແຕ່ຊອງຢາສູບທີ່ມີຮູບພາບ ຄໍາເຕືອນດ້ານສຸຂະພາບ ຢູ່ໜ້າຮ້ານຂາຍເທົ່ານັ້ນ, ຖ້າບໍ່ມີການປະຕິບັດຢ່າງຈິງຈັງກໍຈະໄດ້ປັບໄໜໃສ່ໂທດດຳເນີນຕາມກົດໝາຍທີ່ວາງໄວ້.

ສຳລັບກິດຈະວັນການສະເຫຼີມສະຫຼອງວັນ ງົດຢາສູບໂລກ ຍັງຈະໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນວັນທີ 27ພຶດສະພາ ນີ້  ຕັ້ງແຕ່ເວລາ 5:30 ໂມງ ທີ່ປະຕູໄຊ ຈົນໄປເຖິງຫໍຄຳ ກໍຂໍເຊີນຊວນ ທຸກຄົນເພື່ອຢຸດຢາສູບ ແລະ ຮ່ວມກິດຈະກຳດັ່ງກ່າວໄດ້.

ແບ່ງປັນ