ຜ່ານການລົງກວດກາໃນ 12 ຮ້ານ ສາມາດພົບເຫັນສິນຄ້າດັ່ງກ່າວ 7 ຮ້ານຄ້າ ໃນນັ້ນມີຮ້ານຄ້າ ທີ່ເປັນຄົນຕ່າງປະເທດ (ຮ້ານຄ້າຊາວຈີນ) ມີ 5 ຮ້ານຄ້າ, ຮ້ານຂອງຄົນລາວ 2 ຮ້ານຄ້າ ສາມາດຢຶດສິນຄ້າໄດ້ ທັງໝົດ 22 ລາຍການ, ລວມມູນຄ່າເກືອບ 30 ລ້ານກີບ ເຊິ່ງສິນຄ້າດັ່ງກ່າວ ເປັນສິນຄ້າປອມແປງເຄື່ອງ ໝາຍການຄ້າ ເປັນການລະເມີດລິຂະສິດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ ແລະ ເປັນການລະເມີດ ກົດໜາຍຊັບສິນທາງປັນຍາ. ສ່ວນເຈົ້າຂອງຮ້ານຄ້າ ທີ່ປອມແປງເຄື່ອມໝາຍການຄ້າ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກໄວ້ເປັນຫລັກຖານ ແລະ ເປັນການຮັບຮູ້ທັງສອງຝ່າຍ ພ້ອມທັງໄດ້ຍຶດ ສິນຄ້າດັ່ງກ່າວ ມາເກັບໄວ້ທີ່ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ເພື່ອລໍຖ້າດຳເນີນ ຕາມລະບຽບກົດໜາຍທີ່ກຳນົດໄວ້. ການລົງກວດກາດັ່ງກ່າວແມ່ນມີຂຶ້ນ ເມື່ອວັນທີ 21 ເມສາ …
Read More »mai khammaioubphaysack
ແຈ້ງການ! ການສອບເສັງຄັດເລືອກຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະ ເລອາຊຽນ-ຍີ່ປຸ່ນ ປີ 2017
ຂອບໃຈ: ປະເທດລາວ.
Read More »ລະຄອນ “ຮັກນີ້ສີບົວ” ຈະເລີ່ມອອກອາກາດກາງເດືອນ ມິຖຸນານີ້
ເມື່ອວັນທີ 19 ເມສາ 2017 ທີ່ບໍລິສັດ Mind Media ໄດ້ມີການຈັດພິທີເປີດກ້ອງຖ່າຍລະຄອນເລື່ອງ “ຮັກນີ້ສີບົວ” (on your side the series) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາທິດໄຊ ບວນດາວເຮືອງ ຜູ້ອຳນວຍການບໍລິສັດມາຍມີເດຍ, ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບ ພ້ອມດ້ວຍນັກສະແດງ ທັງຍິງ-ຊາຍເຂົ້າຮ່ວມ. ຮັກນີ້ສີບົວ (on your side the series) ເປັນເລື່ອງລາວຊີວິດ ແລະຄວາມຮັກຂອງສາວຈາກຊົນນະບົດ ກໍຄື: ບົວສີ (ນາງເອກ) ຊຶ່ງໄດ້ເດີນທາງມາຮຽນຕໍ່ທີ່ຕົວເມືອງໃຫຍ່ ເຮັດໃຫ້ບົວສີໄດ້ພົບພໍ້ກັບຫຼາຍສິ່ງຫຼາຍຢ່າງທີ່ທ້າທາຍ ທີ່ສຳຄັນໄດ້ເຮັດໃຫ້ນາງຮູ້ຈັກເຖິງຄວາມຮັກ ແລະມິດຕະພາບຈາກຊາຍໜຸ່ມທັງ 4 ຄົນທີ່ພ້ອມຈະຢູ່ຄຽງຂ້າງ ແລະຊ່ວຍເຫຼືອນາງໃຫ້ປະສົບຜົນສຳເລັດໃນສິ່ງທີ່ໄຝ່ຝັນ. ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບກ່າວວ່າ: ຮູບເງົາເລື່ອງ “ຮັກນີ້ສີບົວ” …
Read More »ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ.
ຮອງປະທານປະເທດ ຢືນຢັນວ່າ ຫົວໜ້າໜ່ວຍງານຂອງພັກ ແລະລັດທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ. ທ່ານພັນຄຳ ວິພາວັນ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ຢືນຢັນວ່າ ບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ້ວນທີ່ສຸດ ຄືບັນການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກຂັ້ນແລະທຸກວົງການທົ່ວສັງຄົມ ລາວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການທຸຈະລິດ ໃນ ວົງການພັກ ແລະລັດ ນັ້ນ ຍັງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງຂອງຊາດລາວດ້ວຍ. ສະນັ້ນ ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຮຸນແຮງຂຶ້ນ ທັງຍັງເປັນການສ້າງສັດທາ ຂອງປະຊາຊົນໃຫ້ມີ ຕໍ່ການນຳພາຂອງພັກ ແລະລັດ ດ້ວຍນັ້ນ ສູນກາງພັກ ຈຶ່ງໄດ້ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານຂອງຕົນດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ: “ຖ້າວ່າບໍ່ແກ້ອັນນີ້ ແມ່ນກະທົບເຖິງບົດບາດການນຳພາຂອງພັກ ກະທົບເຖິງ ຄວາມໝັ້ນຄົງຂອງລະບອບໃໝ່ ຂັ້ນສູນກາງເວົ້າກັນຫຼາຍ ເວົ້າເຖິງຂັ້ນວ່າ …
Read More »ດ່ວນ!!! ແຈ້ງການຫຼິ້ນບຸນປີໃໝ່ລາວ ໃນເມືອງປາກເຊ
ໃນການຫຼິ້ນບຸນປີໃໝ່ລາວປີນີ້ ເຈົ້າເມືອງປາກເຊ ໄດ້ອອກແຈ້ງການສະບັບ ເລກທີ 009/ຈມ.ປຊ, ລົງວັນທີ 27/3/2017 ເລື່ອງຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນ ການຫຼິ້ນບຸນປີໃໝ່ລາວ ພ.ສ 2560 ຊຶ່ງໃນແຈ້ງການສະບັບນີ້ ໄດ້ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ບັນຫາຄວາມ ສະຫງົບຂອງສັງຄົມ, ບັນຫາຄວາມສະອາດສວຍງາມຂອງບ້ານເມືອງ, ການຂັບຂີ່ປອດໄພ ແນໃສ່ເພື່ອ ເຮັດໃຫ້ບັນຍາກາດຂອງການຫຼິ້ນບຸນປີໃໝ່ລາວຢູ່ເມືອງປາກເຊປີນີ້ ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ຮັກສາໄດ້ ຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດ ແລະ ແຈ້ງການນີ້ຍັງອອກ 9 ຂໍ້ຫ້າມເດັດຂາດຄື: ຫ້າມເອົານໍ້າເປື້ອນ, ນໍ້າສີ ຫຼື ນໍ້າທີ່ເປັນພິດຕໍ່ສຸຂະພາບມາຫົດໃສ່ກັນ. ຫ້າມເດັດຂາດບໍ່ໃຫ້ຄອບຄົວອະນຸຍາດໃຫ້ບຸກຄົນ, ກຸ່ມຄົນຕໍ່ນໍ້າໃຊ້ທໍ່ ຫຼື ໂຕໂຢນໍ້າຊີດຫົດກັນຕາມເສັ້ນທາງ. ຫ້າມ ບຸກຄົນ, ກຸ່ມຄົນລັດລົດນຳທາງ ເພື່ອສວຍໂອກາດຫົດນໍ້າ, ລ້າງລົດເອົາເງິນ ທີ່ເປັນການກີດຂວາງການສັນຈອນໄປມາ ແລະ ເປັນສາເຫດພາໃຫ້ເກີດອຸບັດເຫດ ທັງຜິດຕໍ່ວັດທະນະທຳ ຮີດຄອງປະເພນີຂອງລາວເຮົາ. ຫ້າມບໍ່ໃຫ້ເອົານໍ້າກ້ອນໃສ່ຖົງຢາງ, ຖັງນໍ້າ …
Read More »