Breaking News

ລະຄອນ “ຮັກນີ້ສີບົວ” ຈະເລີ່ມອອກອາກາດກາງເດືອນ ມິຖຸນານີ້

ແບ່ງປັນ

 

ເມື່ອວັນທີ 19 ເມສາ 2017 ທີ່ບໍລິສັດ Mind Media ໄດ້ມີການຈັດພິທີເປີດກ້ອງຖ່າຍລະຄອນເລື່ອງ “ຮັກນີ້ສີບົວ” (on your side the series) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາທິດໄຊ ບວນດາວເຮືອງ ຜູ້ອຳນວຍການບໍລິສັດມາຍມີເດຍ, ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບ ພ້ອມດ້ວຍນັກສະແດງ ທັງຍິງ-ຊາຍເຂົ້າຮ່ວມ.

ຮັກນີ້ສີບົວ (on your side the series) ເປັນເລື່ອງລາວຊີວິດ ແລະຄວາມຮັກຂອງສາວຈາກຊົນນະບົດ ກໍຄື: ບົວສີ (ນາງເອກ) ຊຶ່ງໄດ້ເດີນທາງມາຮຽນຕໍ່ທີ່ຕົວເມືອງໃຫຍ່ ເຮັດໃຫ້ບົວສີໄດ້ພົບພໍ້ກັບຫຼາຍສິ່ງຫຼາຍຢ່າງທີ່ທ້າທາຍ ທີ່ສຳຄັນໄດ້ເຮັດໃຫ້ນາງຮູ້ຈັກເຖິງຄວາມຮັກ ແລະມິດຕະພາບຈາກຊາຍໜຸ່ມທັງ 4 ຄົນທີ່ພ້ອມຈະຢູ່ຄຽງຂ້າງ ແລະຊ່ວຍເຫຼືອນາງໃຫ້ປະສົບຜົນສຳເລັດໃນສິ່ງທີ່ໄຝ່ຝັນ.

ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບກ່າວວ່າ: ຮູບເງົາເລື່ອງ “ຮັກນີ້ສີບົວ” ແມ່ນຈະເລີ່ມຖ່າຍໃນວັນທີ 21 ເມສາ 2017 ນີ້ ຄາດວ່າຈະໃຫ້ສໍາເລັດໃນກາງເດືອນພຶດສະພາ ຊຶ່ງສະຖານທີ່ຖ່າຍທັງໝົດແມ່ນຢູ່ພາຍໃນນະຄອນຫຼວງວຽງຈັນ ໂດຍນັກສະແດງ ແມ່ນພວກເຮົາໄດ້ຄັດເລືອກ ແລະ ເລື່ອງອອກອາກາດແມ່ນຈະໄດ້ເຜີຍແຜ່ທາງໂທລະພາບ, YOUTUBE ແລະFACEBOOK ໃນໄລຍະເດືອນມິຖຸນາ 2017 ນີ້ ມີທັງໝົດ 8 ຕອນ. ນອກນີ້ຍັງໄດ້ຈັດພິທີບາສີສູ່ຂວັນ ເພື່ອເຮັດໃຫ້ນັກສະແດງທຸກຄົນ ໄດ້ມີຄວາມຜູກພັນກັນຢ່າງສະໜິດແໜ້ນ.

ນັກສະແດງນໍາຊາຍ

  1. ທ້າວ ວົງພະຈັນ ກູ້ ( ນາຍແບບ ສັງກັດຄ້າຍ the best modeling) ຮັບບົດເປັນ ຕົ້ນ
  2. ທ້າວ ທົດສະພອນ ສິດພະໄຊ (ນາຍແບບສັງກັດ First modeling) ຮັບບົດ ໂອເລ້
  3. ທ້າວ ຢູ່ແກ້ວ ໄຊສະນິດ (ນັກເຕັ້ນ, ນາຍແບບ ສັງກັດ the best modeling ) ຮັບບົດ ແມັກ
  4. ທ້າວ ໃຈເດັດ ໂງ່ນວໍລະລາດ (ນາຍແບບອິດສະຫຼະ) ຮັບບົດ ອາເລັກ

ນັກສະແດງນໍາຍິງ

  • ນາງ ກຸນລະນັດ ຟອງສະຫວັນ ຮັບບົດເປັນ ບົວສີ ຫຼື ພິງກີ້
  • ນາງ ພອນສະຫວັນ ອິນທະວົງ ຫຼື ນ້ຳຝົນ (ນັກຮ້ອງ ສັງກັດອິນດີ້ເຣັກຄອດ) ຮັບບົດເປັນຈີ່ຈີ້  
ແບ່ງປັນ