Breaking News

ມາພົບກັບ… ແຮງບັນດານໃຈໃນການລ້ຽງລູກຄົນດຽວ ທີ່ຊອກໃສບໍ່ໄດ້ ກັບ 4 ສາວ Single Mom

ແບ່ງປັນ

ຄໍລໍາ: Specail Scoop ມາພົບກັບແຮງບັນດານໃຈທີ່ຊອກໃສບໍ່ໄດ້ ໃນການເປັນ Single Mom ໃຜວ່າການເປັນ Single Mom ເປັນເລື່ອງທີ່ໜ້າອາຍໃນສັງຄົມ ຖ້າໃຜທີ່ກໍາລັງຢູ່ໃນສະຖານະການແບບນີ້ ລອງມາອ່ານ ຄໍລໍານີ້ເລີຍ ໃນນັ້ນຈະມີ 4 ສາວ Single Mom ທີ່ຈະມາໃຫ້ຂໍ້ຄິດດີໆ ໃນການສ້າງແຮງບັນດານໃຈ ໃຫ້ກັບແມ່ທີ່ຕ້ອງລ້ຽງລູກຄົນດຽວ ບໍ່ວ່າຈະດ້ວຍບັນຫາໃດກໍຕາມ ຮັບຮອງວ່າ ສາມາດສ້າງແຮງບັນດານໃຈໃຫ້ກັບສາວ Single Mom ບໍ່ຫຼາຍກໍໜ້ອຍ ແລະ ທີ່ສໍາຄັນຢາກໃຫ້ສັງຄົມໄດ້ຮັບຮູ້ ພ້ອມທັງປ່ຽນມຸມມອງການເບີ່ງ Single Mom ແລະ ໃຫ້ໂອກາດເຂົາເຈົ້າພ້ອມ.

ສຸຂະຣະພອນ ພິມມະສອນ (ປູເປ້) ບອກວ່າ “ເອົາຜົວຜິດຄິດຮອດມື້ປະກໍພໍ, ຢ່າໃຫ້ລູກຕົກຢູ່ໃນສະພາບການຂັດແຍ່ງເຫັນພໍ່ແມ່ປະທະກັນ ຕ້ອງຮອງຮັບອາລົມຂອງພໍ່ແມ່ ເຊິ່ງກະທົບຕໍ່ຈິດໃຈຢ່າງແຮງ” ຟ້າລຸ້ງທິບ ໄຊສະຫວັດ

(ຟ້າ) ແມ່ຟ້າ ນາງຟ້າຕົວຈີງຂອງລູກ ນາງອຸ້ມລູກຕິດເອິກ ມືໜຶ່ງຂັບລົດໄປເຮັດວຽກ ໄປລົມກັບລູກຄ້າ ໄປທຸກບ່ອນ ເອີ້ນວ່າບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ

ວັນທິດາ ເມິງຄໍາເປັ່ງ (ເອື້ອຍດາ) Super Single Mommy ບອກວ່າ: “ຄວາມຮັກລະຫວ່າງແມ່ລູກ ເປັນຄວາມຮັກທີ່ນິລັນດອນກວ່າຄວາມຮັກຈາກຄູ່ຄອງ”

ແສງສະຖຽນ ສຸ່ຍວະນິສະວົງ (ຕຸ່ງຕິ່ງ) Artist Single Mom ບອກວ່າ “ສິ່ງທີ່ເຮັດໃຫ້ຂ້າມຜ່ານບັນຫາໄດ້ ກໍຄືຢ່າຄິດລົບ ຢ່າຄິດກັບໄປກັບມາ ເພາະການໃຊ້ທັດສະນະຄະຕິໃນແງ່ລົບເກີນໄປ ຈະເຮັດໃຫ້ເຮົາເປັນທຸກ”

ສໍາລັບສາວຄົນໃດທີ່ຢາກຮູ້ກ່ຽວກັບ ແຮງບັນດານໃຈຂອງການເປັນ Single Mom ແບບເຕັມຮູບແບບ ສາມາດຊອກອ່ານໄດ້ໃນ ວາລະສານຂວັນໃຈ ສະບັບເດືອນ ເມສາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ