Breaking News

mai khammaioubphaysack

ນາງສາວນະຄອນຫຼວງ ປະຈໍາປີ ພສ 2560

  ການປະກວດນາງສາວ ນະຄອນຫຼວງວຽງຈັນໃນຮອບຊິງຊະນະເລີດ ປະຈໍາປີ 2017 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເມື່ອຄໍ່າຄືນຂອງວັນທີ 8 ເມສາ 2017 ທີ່ໂຮງແຮມ ແລນມາກ. ຜ່ານການຄັດເລືອກຂອງຄະນະກໍາມະການຈາກນາງສາວທີ່ເຂົ້າສະໝັກທັງໝົດ 164 ຄົນ ຊຶ່ງນາງສາວຜູ້ທີ່ສາມາດຜ່ານເຂົ້າມາໃນການຕັດສິນຮອບສຸດທ້າຍນີ້ມີທັງໝົດ 20 ນາງສາວງາມ ແລະ ຄັດເລືອກ 7 ນາງສາວງາມ ເພື່ອເປັນຕົວແທນລູກສາວທັງ 7 ຂອງພະຍາກະບິນລະພົມ ຊຶ່ງຈະໄດ້ເຂົ້າຮ່ວມຂະບວນແຫ່ຫົວຂອງພະຍາກະບິນລະພົມ ລົງມາຫົດສົງ ໃນມື້ສະຫຼອງປີໃໝ່ລາວ ໃນວັນທີ 14 ເມສາ ພສ 2560. ຜົນການປະກວດໃນຮອບຊິງຊະນະເລີດໃນປີນີ້ ແມ່ນ ນາງ ວານິພອນ ພູມີໄຊ (ອາຍຸ 21 ປີ) ຜູ້້ເຂົ້າປະກວດໝາຍເລກ MVT10 ຕົວແທນຈາກເມືອງ ສີສັດຕະນາກ ຖືກຄັດເລືອກໃຫ້ເປັນນາງສາວນະຄອນຫຼວງ ປະຈໍາປີ 2560 ຊຶ່ງໄດ້ຮັບມົງກຸດເພັດ ມູນຄ່າ …

Read More »

ຖາງສວນກ້ວຍຖິ້ມແລ້ວ 1.000 ເຮັກຕາ

ໃນວັນທີ 6 ເມສາ 2017 ອໍານາດການປົກຄອງແຂວງບໍ່ແກ້ວຢືນຢັນອາທິດນີ້ວ່າ: ຕົນເອງສາມາດທໍາລາຍ ແລະ ຖາງສ່ວນກ້ວຍຫອມຈໍານວນ 1.000 ເຮັກຕາ ພາຍຫລັງພົບວ່າມີນັກລົງທຶນຕ່າງປະເທດໄດ້ໃຊ້ສານເຄີມີບໍ່ຖືກຕ້ອງ, ການລົງທຶນບໍ່ໄດ້ຮັບອະນຸຍາດຈາກພາກລັດ ໂດຍສ່ວນໃຫຍ່ແມ່ນລົງທຶນກັບປະຊາຊົນເວົ້າກັນເອງ ແລະ ເກີດມີການໂອນການສໍາປະທານໃຫ້ຄົນອື່ນໆແບບເລື່ອນລອຍ. ປັດຈຸບັນນີ້ ທົ່ວແຂວງຍັງເຫລືອສວນກ້ວຍຫອມທີ່ສໍາປະທານໂດຍຄົນຕ່າງປະເທດປະມານ 20 ກວ່າບໍລິສັດ ເນື້ອທີ່ທັງໝົດ 5.000 ກວ່າເຮັກຕາ. ການປູກກ້ວຍໃນແຂວງບໍ່ແກ້ວເລີ່ມປີ 2010 ເປັນຕົ້ນມາ ໂດຍມີເນື້ອທີ່ທັງໝົດ 6.000 ເຮັກຕາ ແຕ່ປັດຈຸບັນນີ້ຍັງເຫລືອພຽງ 5.000 ເຮັກຕາ. ຂໍຂອບໃຈແຫຼ່ງທີ່ມາ: ຂປລ ແລະ ຮູບຈາກ: Biby Vilinthone.

Read More »

ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ

  ເມື່ອວັນທີ 30 ມີນາ 2017 ທີ່ຜ່ານມາ ໜ່ວຍງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການເວີລດ໌ເອດຢູເຄຊັນ (World Education Laos) ພາຍໃຕ້ກອງທຶນປິ່ນປົວສຳລັບຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ໄດ້ໄປຢ້ຽມຢາມຄອບຄົວຂອງເອຍລີ ໜຶ່ງໃນເຫຍື່ອຜູ້ເຄາະຮ້າຍທີ່ເສຍຊີວິດກັບທີ່ໃນເວລາເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ. ທາງອົງການໄດ້ນຳເອົາການຊ່ວຍເຫຼືອທາງດ້ານການເງິນໄປໃຫ້ຄອບຄົວ ເພື່ອເປັນການປະກອບສ່ວນເຂົ້າໃນການຈັດງານຊາປານະກິດສົບ ແລະ ພິທີທາງສາດສະໜາ, ໂດຍຫວັງວ່າຈະເປັນການແບ່ງເບົາພາລະທີ່ຄອບຄົວກຳລັງແບກຫາບຢູ່ ໃນການສູນເສຍລູກສາວຜູ້ເປັນທີ່ຮັກ ແລະ ໃຫ້ກຳລັງໃຈຄອບຄົວເພື່ອບໍ່ໃຫ້ກັງວົນເລື່ອງຄ່າປິ່ນປົວສຳລັບລູກອີກສອງຄົນທີ່ໄດ້ຮັບບາດເຈັບ ແລະ ລອດຊີວິດຈາກອຸປະຕິເຫດໃນຄັ້ງດຽວກັນນັ້ນ ຊຶ່ງກອງທຶນປິ່ນປົວນີ້ຈະເປັນຜູ້ຮັບຜິດຊອບຄ່າປິ່ນປົວທັງໝົດຈົນກວ່າພວກເຂົາຈະຫາຍດີ. ແຫຼ່ງຂໍ້ມູນ ແລະ ພາບຈາກ: World Education Laos.

Read More »

ລົງເຄື່ອນໄຫວກວດກາສິນຄ້າ

  ເມື່ອວັນທີ 3 ເມສາ 2017 ເຈົ້າໜ້າທີ່ກວດກາການຄ້າ ແຂວງຈໍາປາສັກລົງເຄື່ອນໄຫວກວດກາສິນຄ້າປະເພດອາຫານ ຢູ່ຕະຫຼາດໃໝ່ ເມືອງປາກເຊ ພາຍຫລັງສົງໃສວ່າອາດມີການລັກລອບ ແລະ ຄ້າຂາຍສິນຄ້າບໍ່ຖືກລະບຽບ ໃນນີ້ ກວດກາໃບອະນຸຍາດນຳເຂົ້າ, ໃບຢັ້ງຢືນສຸຂະອະນາໄມຜະລິດຕະພັນກ່ຽວສັດ ເພື່ອເຮັດໃຫ້ການນຳເຂົ້າຖືກຕ້ອງຕາມລະບຽບກົດໝາຍ ແລະ ເຮັດໃຫ້ອາຫານມີຄວາມປອດໄພຕໍ່ຜູ້ບໍໂພກ. ແຫຼ່ງທີ່ມາ: ຂປລ ແລະ ທູນທອງໃຈ.

Read More »

ການແຂ່ງຂັນກິລາເພາະກາຍ ປະຈຳປີ 2017

  ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການແຂ່ງຂັນກິລາເພາະກາຍແຫ່ງຊາດ ປະຈຳປີ 2017 ເມື່ອວັນທີ 1 ເມສາ 2017, ທີ່ຫໍວັດທະນະທໍາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ບຸນມີ ບັນນາວົງ ປະທານກິລາເພາະກາຍແຫ່ງຊາດລາວ, ບັນດາບໍລິສັດ ແລະ ຫ້າງຮ້ານຜູ້ໃຫ້ການສະໜັບສະໜູນຜູ້ເຂົ້າຮ່ວມ. ການແຂ່ງຂັນເພາະກາຍຊາຍ ປະຈຳປີ 2017 ມີການແຂ່ງຂັນທັງໝົດ 4 ລຸ້ນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ການແຂ່ງຂັນປະກອບມີ 7 ທ່າບັງຄັບຄື: ກ້າມແຂນດ້ານໜ້າ, ກ້າມປີກດ້ານໜ້າ, ກ້າມເອິກດ້ານຂ້າງ, ໜ້າແຂ່ງດ້ານຫຼັງ, ກ້າມປີກດ້ານຫຼັງ, ກ້າມຊີ້ນຫຼັງແຂນ, …

Read More »