Breaking News

ການແຂ່ງຂັນກິລາເພາະກາຍ ປະຈຳປີ 2017

ແບ່ງປັນ

 

ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການແຂ່ງຂັນກິລາເພາະກາຍແຫ່ງຊາດ ປະຈຳປີ 2017 ເມື່ອວັນທີ 1 ເມສາ 2017, ທີ່ຫໍວັດທະນະທໍາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ບຸນມີ ບັນນາວົງ ປະທານກິລາເພາະກາຍແຫ່ງຊາດລາວ, ບັນດາບໍລິສັດ ແລະ ຫ້າງຮ້ານຜູ້ໃຫ້ການສະໜັບສະໜູນຜູ້ເຂົ້າຮ່ວມ.

ການແຂ່ງຂັນເພາະກາຍຊາຍ ປະຈຳປີ 2017 ມີການແຂ່ງຂັນທັງໝົດ 4 ລຸ້ນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ການແຂ່ງຂັນປະກອບມີ 7 ທ່າບັງຄັບຄື: ກ້າມແຂນດ້ານໜ້າ, ກ້າມປີກດ້ານໜ້າ, ກ້າມເອິກດ້ານຂ້າງ, ໜ້າແຂ່ງດ້ານຫຼັງ, ກ້າມປີກດ້ານຫຼັງ, ກ້າມຊີ້ນຫຼັງແຂນ, ກ້າມທ້ອງ ແລະ ຕົ້ນຂາດ້ານໜ້າ.

ການແຂ່ງຂັນປະເພດຊາຍ ລຸ້ນນ້ຳໜັກ 68-85 ກິໂລ ຜູ້ທີ່ສະແດງທ່າບັງຄັບ 7 ທ່າທີ່ສວຍງາມແລະຖືກໃຈຄະນະກໍາມະການ,  ຊະນະເລີດໄດ້ແກ່ໝາຍເລກ 2 ທ້າວ ອິນທາ ກອງຄໍາມະນີ. ຮອງອັນດັບທີໜຶ່ງໝາຍເລກ 1 ທ້າວ ສຸທິດາວີ ວົງສຸທິ ແລະ ຮອງອັນດັບທີສອງໝາຍເລກ 3 ທ້າວສັກຕິສຸກ ດວງແກ້ວມະນີ.

ສ່ວນລຸ້ນ 55-67 ກິໂລຊະນະເລີດໄດ້ແກ່ໝາຍເລກ 1 ທ້າວ ຕຸ້ຍ ໄຊຍະລາດ, ຮອງອັນດັບທີໜຶ່ງ ໝາຍເລກ 8 ທ້າວ ພຸດສະຫວັນ ສີຊົມພູ ແລະ ຮອງອັນດັບທີສອງ ໝາຍເລກ 2 ທ້າວ ສິນໄຊ ພົມມະວໍລະຈັກ.

ທີໜຶ່ງທັງສອງລຸ້ນໄດ້ຮັບເງິນລາງວັນຄົນລະ 4,000,000 ກີບ, ທີສອງໄດ້ຮັບເງິນລາງວັນ 3,000,000 ກີບ ແລະ ທີສາມ 2,000,000 ກີບ ພ້ອມຂັນລາງວັນ, ແລະ ລາງວັນອື່ນໆ.

ພິເສດປີນີ້ມີຍິງຫຸ່ນງາມເຂົ້າຮ່ວມແຂ່ງຂັນເປັນຄັ້ງປະຫວັດສາດ ແລະ ໄດ້ຮັບຄວາມນິຍົມຈາກມວນຊົນຜູ້ເຂົ້າຊົມເປັນຢ່າງນວນຫຼວງຫຼາຍ. ຍິງຫຸ່ນງາມທີ່ສະແດງທ່າທີຖືກໃຈກຳມະການຊະນະເລີດໄດ້ແກ່ໝາຍ 1 ນາງ ກິນນາລອນ ນັນທະລາດ, ຮອງອັນດັບສອງ ໝາຍເລກ 10 ນາງ ພອຍໄພລິນ ພັນທະລີ ແລະ ຮອງອັນດັບສອງ ໝາຍເລກ 5 ນາງ ດາວໄລ ລາວັນ.

ຂໍຂອບໃຈ: cri ແລະ ປະເທດລາວ.

ແບ່ງປັນ