Breaking News

ເສດຖີໃໝ່ຂ້າມຄືນ! ໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຢູ່ປະເທດໄທ ດີໃຈຫຼາຍກຽມພາເມຍກັບບ້ານ!!!

ແບ່ງປັນ

 

ໝຸ່ມລາວເຂົ້າໄປເຮັດວຽກທີ່ ຈັງຫວັດ ຊົນບຸລີ (ປະເທດໄທ) ກາຍເປັນເສດຖີໃໝ່ ເພາະດວງເຮັງຖືກເລກລາງວັນທີ 1 ໄດ້ຮັບເງິນມູນຄ່າ 6 ລ້ານບາດ ແລະ ກຽມພາເມຍກັບປະເທດລາວ ເພື່ອເຮັດອາຊີບກະເສດ ແລະ ໃຊ້ຊີວິດຢ່າງພໍພຽງທີ່ບ້ານເກີດ

ວັນທີ 2 ເມສາ 2017 ຜູ້ສື່ຂ່າວຂອງປະເທດໄທລາຍງານວ່າ ຢູ່ທີ່ສະຖານນີຕຳຫຼວດພູທອນ ເມືອງ ຊົນບຸລີ ທ້າວ ບຸນທະວີ ຂຸ່ນວັນທອງ ອາຍຸ 41 ປີ ປະຊາຊົນເມືອງ ປາກເຊ ແຂວງ ຈຳປາສັກ ເຊິ່ງເດີນທາງໄປເຮັດວຽກຢູ່ທີ່ໂຮງງານຮັບອັດດອກຍາງລົດແຫ່ງໜຶ່ງ ມາດົນເກືອບ 10 ປີ, ໄດ້ເດີນທາງມາພ້ອມກັບໝູ່ ພ້ອມນຳພັດສະປອດ ແລະ ບິນເລກ ງວດປະຈຳວັນທີ 1 ເມສາ 2017 ເພາະຕົນເອງໄດ້ຖືກເລກລາງວັນທີ 1 ຈຳນວນ 1 ຄູ່ ມູນຄ່າຈຳນວນເງິນເຖິງ 6 ລ້ານບາດ ເພື່ອໃຫ້ຕຳຫຼວດລົງບັນທຶກປະຈຳວັນໄວ້ດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ

ໂດຍ ທ້າວ ບຸນທະວີ ຜູ້ໂຊກດີຜູ້ນີ້ຍັງໄດ້ກ່າວອີກວ່າ “ຕົນເອງມີຄວາມດີໃຈຫຼາຍທີ່ຖືກເລກລາງວັນທີ 1 ແລະ ຕົນເອງກໍເປັນປະຊາຊົນລາວ ເດີນທາງມາເຮັດວຽກຢູ່ປະເທດໄທ ດົນແລ້ວກັບເມຍຂອງຕົນ ແລະ ໃນເມື່ອຕົນມີຄວາມໂຊກດີ ທີ່ຖືກເລກລາງວັນທີ 1 ໃນເທື່ອນີ້ຕົນແລະເມຍກໍຈະກັບຄືນສູ່ບ້ານເກີດ ກ່ອນອື່ນກໍຈະເຮັດບຸນ ແລະ ຫາຊື້ດິນ ເພື່ອເຮັດໄຮ່ເຮັດນາ ແລະ ຈະບໍ່ກັບໄປປະເທດໄທອີກ ແລະ ຕົນເອງກໍຈະໃຊ້ເງິນທີ່ໄດ້ມາຍ້ອນຄວາມໂຊກດີໃນເທື່ອນີ້ ຢ່າງປະຢັດມັດທະຍັດທີ່ສຸດ ແລະ ຍັງກ່າວເຕືອນຜູ້ທີ່ມັກສ່ຽງໂຊກວ່າ ຢ່າຊື້ເລກຊື້ຫວຍຈົນຫຼາຍເກີນໄປ ເພາະຈະເຮັດໃຫ້ໝົດເງິນ ໃຫ້ຊື້ແຕ່ພໍດີພໍງາມ ຖ້າຫາກວ່າໃນເວລານັ້ນເຮົາມີໂຊກເຮົາກໍຈະຖືກເອງ ບໍ່ດັ່ງນັ້ນຈະໝົດໂຕກໍເປັນໄດ້” (ຄຳສຳພາດຂອງ ທ້າວ ບຸນທະວີ)

ທີ່ມາ: Workpoint Entertainment

ແບ່ງປັນ