Breaking News

ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ

ແບ່ງປັນ

 

ເມື່ອວັນທີ 30 ມີນາ 2017 ທີ່ຜ່ານມາ ໜ່ວຍງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການເວີລດ໌ເອດຢູເຄຊັນ (World Education Laos) ພາຍໃຕ້ກອງທຶນປິ່ນປົວສຳລັບຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ໄດ້ໄປຢ້ຽມຢາມຄອບຄົວຂອງເອຍລີ ໜຶ່ງໃນເຫຍື່ອຜູ້ເຄາະຮ້າຍທີ່ເສຍຊີວິດກັບທີ່ໃນເວລາເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ.

ທາງອົງການໄດ້ນຳເອົາການຊ່ວຍເຫຼືອທາງດ້ານການເງິນໄປໃຫ້ຄອບຄົວ ເພື່ອເປັນການປະກອບສ່ວນເຂົ້າໃນການຈັດງານຊາປານະກິດສົບ ແລະ ພິທີທາງສາດສະໜາ, ໂດຍຫວັງວ່າຈະເປັນການແບ່ງເບົາພາລະທີ່ຄອບຄົວກຳລັງແບກຫາບຢູ່ ໃນການສູນເສຍລູກສາວຜູ້ເປັນທີ່ຮັກ ແລະ ໃຫ້ກຳລັງໃຈຄອບຄົວເພື່ອບໍ່ໃຫ້ກັງວົນເລື່ອງຄ່າປິ່ນປົວສຳລັບລູກອີກສອງຄົນທີ່ໄດ້ຮັບບາດເຈັບ ແລະ ລອດຊີວິດຈາກອຸປະຕິເຫດໃນຄັ້ງດຽວກັນນັ້ນ ຊຶ່ງກອງທຶນປິ່ນປົວນີ້ຈະເປັນຜູ້ຮັບຜິດຊອບຄ່າປິ່ນປົວທັງໝົດຈົນກວ່າພວກເຂົາຈະຫາຍດີ.

ແຫຼ່ງຂໍ້ມູນ ແລະ ພາບຈາກ: World Education Laos.

ແບ່ງປັນ