Breaking News

ສະໜາມທົດສອບສະມັດຖະນະຂອງ ລົດ “ Isuzu D-Max Blue Power 4×4 ” ປະເທດໄທ

ແບ່ງປັນ

ໃນຕອນເຊົ້າຂອງວັນທີ 25 ມີນາ 2017 ທີ່ຜ່ານມາຄະນະສື່ມວນຊົນຈາກ ສປປ ລາວຈໍານວນ 28 ທ່ານໄດ້ເດີນທາງໄປທີ່ ສະໜາມທົດສອບສະມັດຖະນະຂອງລົດ “ Isuzu D-Max Blue Power 4×4 ” ທີ່ເມືອງ ພັດທະຍາ ແຂວງ ຊົນບຸລີ. ໂດຍທ່ານ ຈິຣະຢຸດ ອະດິເທບນະຣາງກູນ ຜູ້ຊ່ວຍຜູ້ຈັດການທົ່ວໄປ ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈໍາກັດ ເພິ່ນໄດ້ມາໃຫ້ຄໍາແນະນໍາ ການຂັບລົດອີຊູຊຸຂັບເຄື່ອນ 4 ລໍ້ ( Isuzu D-Max V-Cross ) ທີ່ສະໜາມຂັບເຄື່ອນ 4 ລໍ້ອີຊູຊຸ ພັດທະຍາ ໃຫ້ກັບສື່ມວນຊົນ ສປປ ລາວໄດ້ຮູ້ ກ່ອນທີ່ຈະໄດ້ໄປນັ່ງ ແລະ ທົດລອງຂັບດ້ວຍຕົນເອງ.

ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈໍາກັດ ຜູ້ຈໍາໜ່າຍລົດອີຊູຊຸ ຂະໜາດນ້ອຍໃນປະເທດໄທ, ລາວ ແລະ ກໍາປູເຈຍ, ເປີດສະໜາມທົດສອບລົດຂັບເຄື່ອນສີ່ລໍ້ ອີຊູຊຸ ພັດທະຍາ ເມື່ອປີ 1992. Isuzu 4×4 ທີ່ເປັນສະໜາມທົດສອບລົດຂັບເຄື່ອນສີ່ລໍ້ທີ່ໃຫຍ່ທີ່ສຸດ, ດີທີ່ສຸດ ແລະ ສົມບູນແບບທີ່ສຸດໃນປະເທດໄທ. ເຊິ່ງສື່ມວນຊົນລາວທຸກຄົນກໍໄດ້ ທົດລອງປະຈົນໄພແບບ “ Active Adventure ” ນັ່ງ ແລະ ທົດລອງຂັບເອງໄປກັບລົດ “ ອີຊຸຊູ ດີແມັກ ບລູພາວເວີ ” ລຸ້ນຂັບເຄືອນ 4 ລໍ້ ເຊິ່ງຜ່ານສະຖານີຈຳລອງອຸປະສັກ ຕ່າງໆທີ່ທ້າທາຍທີ່ສຸດ. ສະຫນາມທົດສອບດັ່ງກ່າວ ແມ່ນມີຫນ້າທີ່ ເປັນໂຮງຮຽນເຝິກອົບຮົມ, ວິທີການໃຊ້ລົດຂັບເຄື່ອນສີ່ລໍ້ຢ່າງຖືກຕ້ອງ ແລະ ປອດໄພ ໃຫ້ກັບຜູ້ໃຊ້ລົດທີ່ສົນໃຈທັງພາກລັດ-ເອກະຊົນ ແລະ ຍັງໃຊ້ທົດສອບຂັບລົດຂອງຜູ້ຈັດຈໍາຫນ່າຍ ອີຊຸຊູ ຈາກປະເທດຕ່າງໆອີກດ້ວຍ.

ສະໜາມທົດສອບສະມັດຖະນະລົດ “ Isuzu D-Max Blue Power 4×4 ” ມີເນື້ອທີ່ກວມເອົາ 80.000 ຕາແມັດ ແລະ ມີອຸປະສັກຕ່າງໆທີ່ທ້າທາຍທັງໝົດ 13 ສະຖານີ ເລີ່ມຈາກງ່າຍໄປຫາຍາກເຊັ່ນ: ເນີນສະລັບຂັບສາມລໍ້, ຮ່ອງສະລັບກັບດັກລໍ້, ຄ້ອຍສູງສຽດຟ້າ, ເນີນກຽມໃຈ, ທາງຫີນ, ຕີງ ສັ່ນ ໂຍກ, ທາງເຄິ່ງບົກເຄິ່ງນໍ້າ, ລຸຍດິນຊາຍ, ຮ່ອງຍາວລະທຶກໃຈ, ອ່າງເລິກ ລະທຶກໃຈ, ຂົວລອຍຟ້າ, ທ້າແຮງໂນ້ມຖ່ວງ ແລະ ຄ້ອຍອຽງສະຫຼຽງສຸດຫວາດສຽວ.

ແບ່ງປັນ