Breaking News

mai khammaioubphaysack

ແຈ້ງການໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ

ແຈ້ງການເລື່ອງ : ການຮຽກເກັບຄ່າທໍານຽມ ຂອງເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ່ 2 ແຂວງສະຫວັນນະເຂດ. ໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງໄດ້ເກັບຄ່າໃນປັດຈຸບັນເພາະບໍ່ສອດຄ່ອງ ກັບລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.   ຂໍຂອບໃຈ ຂໍ້ມູນຈາກ: ປະເທດລາວ

Read More »

ຈີນກໍມີຊາກຸຣະແລ້ວ

  ສວນສາທາລະນະໃນເມືອງ ອູ໋ຊີ ມົນທົນຈຽງຊູ ຂອງ ຈີນ ງົດງາມໄປດ້ວຍດອກຊາກຸຣະທີ່ກໍາລັງບານທີ່ຖ້າໃຫ້ຜູ້ຄົນໄປຊົມ ຊຶ່ງສວນແຫ່ງນີ້ ມີຕົ້ນຊາກຸຣະຫຼາຍກວ່າ 30.000 ຕົ້ນ ແລະ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ແລະ ພາຍໃນໄດ້ເປັນຈໍານວນຫຼວງຫຼາຍ.  

Read More »

ຜູ້ຖືກບາດເຈັບຈາກເຫດການລະເບີດແຕກໄດ້ຮັບຄວາມຊ່ວຍເຫຼືອ

ອົງການເວີລດ໌ເອດຢູເຄຊັນ (World Education Lao) ແລະ ສະມາຄົມຟື້ນຟູຄຸນນະພາບຊີວິດ ໄດ້ໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຖືກເຄາະຮ້າຍຈາກເຫດລະເບີດແຕກ ເມື່ອວັນທີ 21 ມີນາ 2017 ທີ່ຜ່ານມາ ຢູ່ທີ່ບ້ານຍອດງື່ມ (ໜອງເປັດ) ເມືອງແປກ, ແຂວງ ຊຶ່ງນາງ ຫຼາບ ລີ (ອາຍຸ 10 ປີ) ໄດ້ເສຍຊີວິດ ແລະ ບາດເຈັບອີກ 12 ຄົນ. ໂດຍການໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ຜູ້ລອດຊີວິດ ຈະໄດ້ຮັບການຊ່ວຍເຫຼືອຈ່າຍຄ່າປິ່ນປົວ ຕາມຄວາມສາມາດທີ່ເປັນໄປໄດ້ ແລະ ໃຫ້ການຊ່ວຍເຫຼືອສໍາລັບພິທີງານສົບໃຫ້ກັບຄອບຄົວນາງ ຫຼາບ ລີ ນອກນີ້, ພ້ອມທີ່ຈະອໍານວຍຄວາມສະດວກໃນການຊ່ວຍເຫຼືອໂດຍຜ່ານກອງທຶນປິ່ນປົວສຳລັບຜູ້ເຄາະຮ້າຍຈາກ ລບຕ,   ຂໍຂອບໃຈຂໍ້ມູນ ແລະ ຮູບຈາກ: World Education Laos ເວີລດ໌ເອດຢູເຄຊັນ …

Read More »

ເຕືອນໄພລົມພາຍຸລະດູຮ້ອນ 25-27 ມີນາ 2017

  ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໃນມື້ນີ້ (23 ມີນາ) ວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ຈະເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກັບ 2 ກະແສລົມຕາເວັນອອກສຽງໃຕ້ ແລະ ລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ ພັດປົກຄຸມໃນໄລຍະ ວັນທີ 25-27 ມີນາ 2017 ເຮັດໃຫ້ເກີດມີແລວປະທະຂອງມວນອາກາດຮ້ອນ ແລະ ອາກາດເຢັນ. ເຊິ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ໃນໄລຍະດັ່ງກ່າວ.   ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ແຂວງຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ,​ ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈໍາປາສັກ ຈົ່ງມີສະຕິກຽມພ້ອມຮັບມື້ກັບສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ລົມພັດແຮງທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ …

Read More »

ຜົນສໍາຫຼວດ 10 ເມືອງທີ່ມີຄ່າຄອງຊີບແພງສຸດ-ຖືກສຸດໃນໂລກ 2017

  ຈາກການຈັດອັນດັບຂອງ Economics Intelligent Unit (EIU) ຊຶ່ງເປັນໜ່ວຍງານວິເຄາະເສດຖະກິດຊັ້ນນໍາຂອງໂລກ ໄດ້ເປີດເຜີຍວ່າ: 10 ເມືອງຄ່າຄອງຊີບແພງສຸດ-ຖືກສຸດໃນໂລກປະຈໍາປີ 2017 ມີດັ່ງນີ້: ເມືອງຄ່າຄອງຊີບແພງສຸດໃນໂລກ 1 ສິງກະໂປ 2 ຮ່ອງກົງ 3 ເມືອງຊູຣິດ ໃນສະວິດເຊີແລນ 4 ໂຕກຽວ ຍີ່ປຸ່ນ 5 ໂອຊາກາ ຍີ່ປຸ່ນ 6 ໂຊລ ສ. ເກົາຫລີ 7 ເມືອງເຈນີວາ ສະວິດເຊີແລນ 8 ປາຣີ ຝຣັ່ງ 9 ນິວຢອກ ສະຫະລັດ ອາເມຣິກາ 10 ໂຄເປັນເຮເກນ ເດມາກ ເມືອງຄ່າຄອງຊີບຖືກສຸດໃນໂລກ 1 ອັລມາຕີ ຄາຊັດສະຖານ 2 ລາກອສ ໄນຈີເລຍ …

Read More »