Breaking News

mai khammaioubphaysack

ສະຫະລັດ – WFP ໃຫ້ຄວາມສໍາຄັນຕໍ່ໂພຊະນາການເດັກນ້ອຍຢູ່ລາວ

  ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳສປປ ລາວໄດ້ເຂົ້າຢ້ຽມຢາມບັນດາໂຮງຮຽນຢູ່ແຂວງຫລວງພະບາງທີ່ໄດ້ຮັບການສະໜັບສະໜູນໂດຍອົງການອາຫານໂລກ (WFP) ແລະ ລັດຖະບານສະຫະລັດອາເມຣິກາ. ໂຄງການອາຫານສຳລັບການສຶກສາ (McGovern-Dole Food for Education Program) ໄດ້ໃຫ້ການຊ່ວຍເຫລືອທາງດ້ານເງິນທຶນຕໍ່ອົງການອາຫານໂລກນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ໃນແຕ່ລະມື້, ມີເດັກນ້ອຍຈຳນວນ 140.000 ຄົນຈາກ 1.450 ໂຮງຮຽນໃນ 7 ແຂວງທົ່ວປະເທດໄດ້ຮັບອາຫານວ່າງ ຫລື ອາຫານທ່ຽງທີ່ມີໂພຊະນາການ ແລະ ມີປະໂຫຍດ. ໂຄງການດັ່ງກ່າວນີ້ຈະຊ່ວຍເພີ່ມອັດຕາການເຂົ້າໂຮງຮຽນ ແລະ ການມາໂຮງຮຽນຂອງຂອງເດັກພ້ອມທັງຫລຸດຜ່ອນອັດຕາການອອກໂຮງຮຽນອີກດ້ວຍ. ພະແນກກະສິກຳປະຈຳສະຫະລັດອາເມລິກາຍັງໄດ້ປະກອບສ່ວນບັນດາອາຫານປະຈໍາວັນລວມທັງຜະລິດຕະພັນອື່ນໆ, ສ່ວນການປູກຜັກແມ່ນໂຮງຮຽນຈະເປັນຜູ້ປູກເອງ. ບັນດານັກສຶກສາຈະໄດ້ຮັບສານອາຫານທີ່ມີທາດໂປຼຕີນທີ່ມາຈາກປາ, ໄກ່. ນີ້ກໍເພື່ອຮັບປະກັນເຖິງການບໍລິໂພກອາຫານທີ່ມີໂພສະນາການທີ່ດີ. ໂຄງການດັ່ງກ່າວ ຍັງມີສ່ວນກ່ຽວພັນອັນສຳຄັນໃນການຜະລິດກະສິກຳໃນຊຸມຊົນ. ຈຸດປະສົງຂອງໂຄງການນີ້ແມ່ນແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນຂະໜາດນ້ອຍ, ໂດຍສະເພາະແມ່ນບັນດາເພດຍິງໃນການເພີ່ມພູນຜົນຜະລິດ ແລະ ການສ້າງຕະຫຼາດໃຫ້ແກ່ພວກເຂົາ. ເນື່ອງຈາກວ່າໂຮງຮຽນເອງຈະໄດ້ເປັນຜູ້ຈັດຫາທາງດ້ານສະບຽງອາຫານ, ສິ່ງດັ່ງກ່າວນີ້ຈະນຳພາພວກເຂົາໄປສູ່ຄວາມຢືນຍົງແລະການເປັນເຈົ້າການໃນຊຸມຊົນໃນໄລຍະຍາວ. ຂໍຂອບໃຈພາບ ແລະ ຂໍ້ມູນຈາກ: …

Read More »

ມອບມຸ້ງເພື່ອປ້ອງກັນມາເລເຣຍຢູ່ ສປປ ລາວ

  ພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນອາທິດຜ່ານມານີ້, ທ່ານ ໄມໂຄ ຄຣາຍ, ຮອງທູດສາຫະລັດອາເມລິກາປະຈຳລາວໄດ້ມອບມຸ້ງຈຳນວນ 120.000 ດາງໃຫ້ແກ່ ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກເພື່ອໄປແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫລີກໃນແຂວງຕ່າງໆທົ່ວປະເທດ ເຊັ່ນ: ບໍລິຄຳໄຊ, ຄຳມ່ວນ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ສະຫວັນນະເຂດເພື່ອປ້ອງກັນປະຊາຊົນບໍ່ໃຫ້ມີຄວາມສ່ຽງຕໍ່ພະຍາດມາເລເຣຍ. ເພື່ອເປັນການຕອບໂຕ້, ອົງການ USAID ໂດຍຜ່ານໂຄງການລິເລີ່ມມາເລເຣຍຂອງປະທານາທິບໍດີສະຫະລັດອາເມລິກາ ຫລື President’s Malaria Initiative (USAID/PMI) ໄດ້ໃຫ້ການສະໜັບສະໜຸນແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ພາຍໃຕ້ ກະຊວງສາທາລະນະສຸກໂດຍການມອບອຸປະກອນຊ່ວຍຊີວິດຈຳນວນໜຶ່ງເຊັ່ນ: ມຸ້ງເຄືອບຢາ, ເຄື່ອງມືບົ່ງມະຕິ ແລະ ຢາປິ່ນປົວມາເລເຣຍທີ່ມີຄຸນະພາບເຊິ່ງອຸປະກອນເຫຼົ່ານີ້ໄດ້ຊ່ວຍຄວບຄຸມການລະບາດ. ມາຮອດປັດຈຸບັນນີ້ ລັດຖະບານອາເມລິກາເຮັດວຽກຢ່າງໃກ້ຊິດກັບກະຊວງສາທະລະນະສຸກເພື່ອຊອກຫາ ແລະ ຕອບສະໜອງສິ່ງທີ່ຍັງບໍ່ພຽງພໍ ເຖິງປັດຈຸບັນນີ້ໄດ້ມອບ ແລະ ແຈກຢາຍມຸ້ງເຄືອບຢາທັງໝົດ 445.000 ດາງ, …

Read More »

ສັ່ງປິດໂຮງງານປຸງໄມ້-ເຟີນີເຈີເຖື່ອນ 300 ແຫ່ງ

  10 ມີນາ 2017. ພາຍຫລັງອໍານາດການປົກຄອງແຂວງສະຫວັນນະເຂດສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງທີ່ພົບວ່າລະເມີດລະບຽບກົດໝາຍ ແລະ ບໍ່ມີໃບອະນຸຍາດ. ຂະນະທີ່ຜູ້ສັງເກດການດ້ານສິ່ງແວດລ້ອມຫລາຍປະເທດສະແດງຄວາມຊົມເຊີຍທີ່ພາກລັດເຮັດແທ້ທໍາຈິງ. ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດໄດ້ເປີດເຜີຍເມື່ອບໍ່ດົນນີ້ວ່າ: ເປັນຜົນສືບເນື່ອງມາຈາກຄໍາສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນແຫ່ງ ສປປ ລາວ ສະນັ້ນ; ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບ ແລະ ຮື້ຖອນໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ 253 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ 47 ແຫ່ງ. ຊຶ່ງປະຊາຊົນໃນຫຼາຍໆແຂວງໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນສະພາບການຄ້າ, ການຂາຍ ແລະ ການເຄື່ອນໄຫວດໍາເນີນທຸລະກິດໃນຂອບເຂດທົ່ວປະມິດຈີຫລີ່ ເພາະບໍ່ປະກົດເຫັນລົດແລ່ນຜ່ານເສັ້ນທາງໄປມາຕາມເສັ້ນທາງຕ່າງໆຫລາຍຄືແຕ່ກ່ອນ ແລະ ຮ້ານກິນດື່ມກໍປິດຫລາຍແຫ່ງ ເຊິ່ງບັນຫາດັ່ງກ່າວເປັນຍ້ອນກຸ່ມຄ້າຂາຍໄມ້ຜິດກົດໝາຍ ແລະ ກຸ່ມເຮັດທຸລະກິດນອກລະບົບປົບໜີ ຫລື ຢູ່ແຕ່ໃນເຮືອນຂອງເຂົາເຈົ້າ ໂດຍບໍ່ມີການເຄື່ອນໄຫວຫຍັງໝົດ. …

Read More »

ກ້າວສູ່ປີທີ 6 ຂອງ “WOW Magazine”

    ໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວເຂົ້າສູ່ປີທີ 6 ຂອງ WOW Magazine ໃນວັນສຸກ ທີ 3 ມີນາ 2017 ທີ່ຜ່ານມາ ທີ່ຮ້ານອາຫານ ສະເຕັກຈໍ້າກັບແຈ່ວ ແລະ ທາງວາລະສານ wow ໄດ້ຈັດກິດຈະກໍາເດີນ Fashion ເພື່ອເປັນການກຽມຄວາມພ້ອມ ກ່ອນຈະຮອດງານໃຫຍ່ ໃນງານ Vientiane WOW Fashion Week 2017 ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2017 ທີ່ໂຮງແຮມແລນມາກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມ ນັກຂ່າວແຫ່ງປະເທດລາວ, ທ່ານ ສຸວັດ ເທດສາລີ ປະທານກໍາມະການບໍລິຫານວາລະສານ WOW Magazine Society ພ້ອມດ້ວຍແຂກທີ່ມີກຽດ, …

Read More »

ສຳຫລວດ ສະໜາມບິນເມືອງວັງວຽງ ເປັນແຫຼ່ງທ່ອງທ່ຽວ ແບບຍືນຍົງ

    ລັດຖະບານ ກໍຄື ອຳນາດການປົກຄອງ ແຂວງວຽງຈັນ ໄດ້ອະນຸມັດ ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ໃຫ້ກາຍແຫລ່ງທ່ອງທ່ຽວ ແບບຍຶນຍົງ, ຄາດວ່າຈະມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ. ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2017 ຜ່ານມານີ້ ລະຫວ່າງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ …

Read More »