Breaking News

ສັ່ງປິດໂຮງງານປຸງໄມ້-ເຟີນີເຈີເຖື່ອນ 300 ແຫ່ງ

ແບ່ງປັນ

 

10 ມີນາ 2017. ພາຍຫລັງອໍານາດການປົກຄອງແຂວງສະຫວັນນະເຂດສັ່ງປິດໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີເຖື່ອນ 300 ແຫ່ງທີ່ພົບວ່າລະເມີດລະບຽບກົດໝາຍ ແລະ ບໍ່ມີໃບອະນຸຍາດ. ຂະນະທີ່ຜູ້ສັງເກດການດ້ານສິ່ງແວດລ້ອມຫລາຍປະເທດສະແດງຄວາມຊົມເຊີຍທີ່ພາກລັດເຮັດແທ້ທໍາຈິງ.

ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດໄດ້ເປີດເຜີຍເມື່ອບໍ່ດົນນີ້ວ່າ: ເປັນຜົນສືບເນື່ອງມາຈາກຄໍາສັ່ງເລກທີ 15 ຂອງທ່ານ ນາຍົກລັດຖະມົນແຫ່ງ ສປປ ລາວ ສະນັ້ນ; ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຄໍາສັ່ງເລກທີ 236/ຈຂ.ສຂ ວ່າດ້ວຍການຍຸບ ແລະ ຮື້ຖອນໂຮງງານເຟີນີເຈີແບບຄອບຄົວທີ່ບໍ່ມີໃບອະນຸຍາດ 253 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ 47 ແຫ່ງ.

ຊຶ່ງປະຊາຊົນໃນຫຼາຍໆແຂວງໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນສະພາບການຄ້າ, ການຂາຍ ແລະ ການເຄື່ອນໄຫວດໍາເນີນທຸລະກິດໃນຂອບເຂດທົ່ວປະມິດຈີຫລີ່ ເພາະບໍ່ປະກົດເຫັນລົດແລ່ນຜ່ານເສັ້ນທາງໄປມາຕາມເສັ້ນທາງຕ່າງໆຫລາຍຄືແຕ່ກ່ອນ ແລະ ຮ້ານກິນດື່ມກໍປິດຫລາຍແຫ່ງ ເຊິ່ງບັນຫາດັ່ງກ່າວເປັນຍ້ອນກຸ່ມຄ້າຂາຍໄມ້ຜິດກົດໝາຍ ແລະ ກຸ່ມເຮັດທຸລະກິດນອກລະບົບປົບໜີ ຫລື ຢູ່ແຕ່ໃນເຮືອນຂອງເຂົາເຈົ້າ ໂດຍບໍ່ມີການເຄື່ອນໄຫວຫຍັງໝົດ.

ຂໍຂອບໃຈຂໍ້ມູນຂ່າວ ແລະ ພາບຈາກ: ປະເທດລາວ

 

 

ແບ່ງປັນ