Breaking News

ຍອ້ນປະຊາຊົນຈຳນວນໜຶ່ງ ຍັງກັງວົນກັບການເກັບອາກອນມູນຄ່າເພີ່ມ

ແບ່ງປັນ

ທ່ານ ທອງທິບ ສີວິໄຊ ຮັກສາການຫົວໜ້າກອງຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕົ້ນເດືອນມີນາ ຜ່ານມາວ່າ: ດ່ານເຮັດໜ້າທີ່ໃນການຄຸ້ມຄອງບໍລິຫານ ແລະ ການບໍລິການເຂົ້າ-ອອກ ກໍ່ຄືຜູ້ໂດຍສານ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ເລີ່ມແຕ່ປີ 2012 ເປັນຕົ້ນມາແມ່ນນັບມື້ຫຼາຍຂຶ້ນ ສະເລ່ຍທັງເຂົ້າ-ອອກປະມານ 15 ພັນຄົນຕໍ່ວັນ ລົດທົ່ວໄປເຂົ້າ-ອອກປະມານ 3 ພັນຄັນຕໍ່ວັນ ແລະ ລົດບັນທຸກສິນຄ້າ ປະມານ 60-70 ຄັນຕໍ່ວັນ ສ່ວນວັນຈັນ ແລະ ວັນສຸກ ລົດບັນທຸກສິນຄ້າສະເລ່ຍ ປະມານ 300-400 ຄັນຕໍ່ວັນ ສະເພາະປີ 2015 ສະເລ່ຍມີຄົນເຂົ້າ-ອອກ ປະມານ 16 ພັນຄົນ ແຕ່ປີ 2016 ເຫັນວ່າຫຼຸດລົງປະມານ 10% ເນື່ອງຈາກປະຊາຊົນຈຳນວນໜຶ່ງ ມີຄວາມຕື່ນເຕັ້ນກ່ຽວກັບການເກັບອາກອນມູນຄ່າເພີ່ມ 10% ຢູ່ດ່ານ ແຕ່ວ່າຮອດຕົ້ນປີ 2017 ຄົນເຂົ້າ-ອອກເພີ່ມຂຶ້ນຄືເກົ່າ ຍ້ອນເຂົາເຈົ້າເຂົ້າໃຈການເຂົ້າ-ອອກ ແຕ່ວ່າການຊື້ສິນຄ້າເຂົ້າມາແມ່ນຫຼຸດລົງ.

ແຫຼງຂ່າວ: ຂ່າວສານປະເທດລາວ

ແບ່ງປັນ