Breaking News

ວັນໃໝ່ ດາວເດັ່ນໃນການປະກວດ “Miss International Queen 2016” (ຢ່າລືມເປັນກຳລັງໃຈໃຫ້ວັນໃໝ່ແດ່ເດີ້)

ແບ່ງປັນ

 

ລໍຖ້າລຸ້ນກັນມາພໍສົມຄວນກັບການປະກວດທີ່ເອີ້ນໄດ້ວ່າເປັນກະແສທີ່ຮືຮາທີ່ສຸດໃນຕອນນີ້ ນັ້ນກໍຄືເວທີການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ໜຶ່ງໃນນັ້ນກໍມີສາວງາມປະເພດສອງຈາກປະເທດລາວເຮົານັ້ນກໍຄື: ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ຈາກແຂວງ ສະຫວັນນະເຂດ ທີ່ເອີ້ນສຽງຮືຮາທັງພາຍໃນປະເທດ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແຖມຕ່າງຊາດກໍຕ້ອງຂໍຍອມນາງໃນຄວາມງາມ ແຖມພຽບພ້ອມທັງກິຣິຍາທ່າທາງ ຈົນໃນໂລກສັງຄົມອອນລາຍມີການກົດໄລ້ ກົດແຊຣຮູບພາບ ແລະ ຕິດຕາມນາງໃນຕາມໜ້າເພສຕ່າງໆ ຈົນຂຶ້ນເປັນດາວເດັ່ນໃນການປະກວດ “Miss International Queen 2016” ໃນເທື່ອນີ້ໄປແລ້ວ.

ໃນວັນທີ 10 ມີນາ 2017 ນີ້ ຈະເປັນທີ່ຮູ້ກັນແນ່ນອນວ່າສາວງາມປະເພດສອງຈາກປະເທດໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈປະຊາຊົນລາວຈະໄດ້ລາງວັນມາຝາກພີ່ນ້ອງຊາວລາວເຮົາ ຫຼື ບໍ່? 

ຢ່າລືມເປັນກຳລັງໃຈຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 (ປະເທດໄທ) ໃນວັນທີ 10 ມີນາ 2017 ເວລາ 21:00-23:30 ຫຼື ທ່ານສາມາດເປັນກຳລັງໃຈຮ່ວມໂຫວດດ້ວຍວິທີການກົດໄລ້ ກົດແຊຣຮູບພາບຂອງນ້ອງ ວັນໃໝ່  ໝາຍເລກ 24 ໄດ້ທີ່ເພສ Miss International Queen Pageant

ມີຄລິບທີ່ທາງໂທລະພາບຂອງປະເທດເພື່ອນບ້ານສຳພາດນ້ອງວັນໃໝ່…

 

 

ຂໍຂອບໃຈຮູບພາບຈາກ: Wanmai Thammavong , Miss International Queen Pageant , missladyboysfanpage

ຄລິບຈາກ: AMARIN TVHD

ແບ່ງປັນ