Breaking News

ນາງສັງຂານຫຼວງພະບາງ ປະຈຳປີ ພສ 2560 ອາດແມ່ນເຈົ້າ!

ແບ່ງປັນ

ກອງປະກວດນາງສັງຂານຫຼວງພະບາງ ເປີດຮັບສະໝັກ ນາງສາວງາມ ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການປະກວດ ສາມາດ ລົງທະບຽນ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນໄປຖິງວັນທີ 16 ມີນາ 2017 ນີ້.

ສາວງາມແຫ່ງດິນແດນເມືອງມໍລະດົກໂລກ ທີ່ເປັນເພດຍິງ ໂດຍກຳເນີດ ອາຍຸ 15-23 ປີ ສາມາດອ່ານ-ຂຽນ ພາສາລາວໄດ້ເປັນຢ່າງດີ ສຳນຽງສຽງປາກເອກະລັກຫຼວງພະບາງ ສາມາດຂໍໃບສະໝັກໄດ້ທີ່: ຫ້ອງວ່າການປົກຄອງເມືອງຫຼວງພະບາງ, ບ້ານວຽງໃໝ່ ເມືອງຫຼວງກະບາງ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 071 212 160

ຮອບຄັດເລືອກຈະມີຂຶ້ນໃນວັນທີ 17 ກຸມພາ 2017 ນີ້.

 

ຂໍມູນຈາກ: ເຟສບຸກ ນາງສັງຂານ ຫລວງພະບາງ

ແບ່ງປັນ