ວາລະສານ Forbes. ວາລະສານ ທີ່ມີຊື່ສຽງຂອງ ສະຫະລັດ ອາເມິຣິກາ ເປີດເຜີຍຜົນການສໍາຫຼວດ ຜູ້ທີ່ມີຖານະລໍ່າລວຍທີ່ສຸດໃນໃນໂລກ ປະຈໍາປີ 2017. ໂດຍ ອັນດັບ 1 ຍັງຄົງເປັນ ທ່ານ ບິວເກດ (Bill Gates) ມະຫາເສດຖີ ຊາວອາເມຣິກາ ຜູ້ຮ່ວມກໍ່ຕັ້ງບໍລິສັດ ໄມໂຄຣຊອຟ ທີ່ມີມູນຄ່າຊັບສິນ 86.000 ລ້ານໂດລາ ແລະ ສາມາດຄອງຕໍາແໜ່ງນີ້ມາ 4 ຕິດຕໍ່ກັນແລ້ວ. ສ່ວນອັນດັບ 2 ເປັນຂອງ ທ່ານ ວໍເລັນ ບັຟເຟດ (Warren Buffett) ປະທານບໍລິສັດດ້ານການລົງທຶນ ຊຶ່ງປີ 2016 ຢູ່ອັນດັບ 3 ມີມູນຄ່າຊັບສິນ 75.600 ໂດລາ, ອັນດັບ 3 ທ່ານ ເຈຟ …
Read More »mai khammaioubphaysack
ງານ Vientiane WOW Fashion Week 2017
ໃນການສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວສູ່ປີທີ 6 ຂອງວາລສານ ວ້າວ (wow Magazine) ເມື່ອວັນເສົາ ທີ 18 ມີນາ 2017 ທີຜ່ານມາ ທີ່ໂຮງແຮມແລນມາກ ວາລະສານ ວ້າວ ໄດ້ຈັດ ກິດຈະກໍາການສະແດງ Fashion ສຸດພິເສດແຫ່ງປີ ໂດຍມີຊື່ວ່າ: “Vientiane WOW Fashion Week 2017” ຂຶ້ນຢ່າງຍິ່ງໃຫຍ່. ງານ “Vientiane WOW Fashion Week 2017” ເປັນກິດຈະກໍາການສະແດງ Fashion ຈາກນັກອອກແບບລະດັບ ແຖວໜ້າ ຂອງ 2 ປະເທດ ສປປ ລາວ-ໄທ ຊຶ່ງມາໃນເຄື່ອງແຕ່ງກາຍທີ່ຫຼູຫຼາ ໂດຍ Collection ຕ້ອນຮັບ Summer …
Read More »ຍອດທະບຽນລົດໃໝ່ເພີ່ມຂຶ້ນ
ອີງຕາມຂໍ້ມູນຈາກການຄຸ້ມຄອງພາຫະນະ ແລະ ຂັບຂີ່ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 2 ເດືອນ ມັງກອນ-ກຸມພາ ປີ 2017 ມີລົດໃໝ່ມາ ຂຶ້ນທະບຽນທັງໝົດແລ້ວ 8.972 ຄັນ. ຈາກການເພີ່ມຂຶ້ນຂອງລົດດັ່ງກ່າວ ໄດ້ເຮັດໃຫ້ເວລານີ້ລົດຢູ່ນະຄອນຫຼວງວຽງຈັນແຕ່ປີ 2000 ມາຮອດປັດຈຸບັນມີລົດ ຂຶ້ນທະບຽນແລ້ວ 807.991 ຄັນ. ໃນນີ້ ສະເພາະປີ 2000 ມີລົດຂຶ້ນທະບຽນ 11,29 ພັນຄັນ, ປີ 2001 ມີ 52,59 ພັນຄັນ, 2002 ມີ 39 ພັນຄັນ, 2003 ມີ 40 ພັນກວ່າຄັນ, 2004 ມີ 30 ກວ່າຄັນ, ປີ 2005 ມີ …
Read More »ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ
ໃນວັນທີ 16 ມີນາ 2017 ທີ່ ນະຄອນຫລວງວຽງຈັນ , ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະ ແລະ ເຮັດວຽກກັບສະມາຊິກສະພາແຫ່ງ ຊາດຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະ ເພື່ອປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດ ໃນນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ຕ້ອງໄດ້ລົງໄປພົບປະ ຢ້ຽມຢາມ ຫລື ເຜີຍແຜ່ເອກະສານ, ການຕົກລົງບັນຫາຕ່າງໆ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ. ໂອກາດນີ້ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານສະພາບລວມ ແລະ …
Read More »ນະໂຍບາຍອຸດໜູນເກີດລູກ-ປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ
ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຮ່ວມກັບ ສູນແມ່ ແລະ ເດັກ ແລະ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືຊີ້ແຈງການຈັດຕັ້ງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນ ວັນທີ 9 ມີນາ 2017 ທີ່ຜ່ານມາ ເຂົ້າຮ່ວມໂດຍຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສູນແມ່ ແລະ ເດັກ, ຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ທ່ານ ຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ພະນັກງານແພດໝໍແຕ່ລະຂັ້ນເຂົ້າໃຈ ແລະ ກໍາໄດ້ການຄຸ້ມຄອງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ໃຫ້ທຸກພາກສ່ວນກໍາໄດ້ການຂຶ້ນແຜນ, ການຄຸ້ມຄອງລະບົບການເງິນ, ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດກໍຄືນະຄອນຫຼວງວຽງຈັນທີ່ມາເກີດລູກ ແລະ ປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງໄດ້ຮັບການຍົກເວັ້ນທຸກຄ່າໃຊ້ຈ່າຍທີ່ພົວພັນກັບການເກີດລູກ …
Read More »