Breaking News

ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ

ແບ່ງປັນ

 

ໃນວັນທີ 16 ມີນາ 2017 ທີ່ ນະຄອນຫລວງວຽງຈັນ , ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະ ແລະ ເຮັດວຽກກັບສະມາຊິກສະພາແຫ່ງ ຊາດຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະ ເພື່ອປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດ ໃນນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ຕ້ອງໄດ້ລົງໄປພົບປະ ຢ້ຽມຢາມ ຫລື ເຜີຍແຜ່ເອກະສານ, ການຕົກລົງບັນຫາຕ່າງໆ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ.

ໂອກາດນີ້ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານສະພາບລວມ ແລະ ວຽກງານປິ່ນອ້ອມຂອງ ກະຊວງ ຖວທ ໂດຍສະເພາະ ໄດ້ສຸມໃສ່ບັນລຸເປົ້າໝາຍແຜນພັດທະນາວຽກງານໃນຂະແໜງຂອງຕົນ ໃຫ້ໄດ້ຮັບຜົນສຳເລັດໃນແຕ່ລະດ້ານເຊັ່ນ : ຜ່ານມາວຽກງານຖະແຫລງຂ່າວສື່ມວນຊົນ ນັບມື້ກ້າວສູ່ຄຸນນະພາບໃໝ່ – ທັນສະໄໝ, ວ່ອງໄວ ໃນການກະຈາຍຂໍ້ມູນຂ່າວສານ, ເຮັດບົດບາດເປັນກະບອກສຽງທີ່ແຫລມຄົມໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ພາຍໃນ ແລະ ຕ່າງປະເທດ,

ດ້ານວັດທະນະທຳ ແມ່ນໄດ້ມີຄວາມພະຍາຍາມເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນ ເປັນຕົ້ນ UNESCO ເພື່ອກະກຽມເອກະສານສະເໜີເອົາທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ສ່ວນປ່າສະຫງວນຫີນໜາມໜໍ່ ສະເໜີເຂົ້າເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໄປຄ່ຽງຄູ່ ກັບການສົ່ງເສີມຜະລິດຕະພັນການທ່ອງທ່ຽວ ກໍໄດ້ສົ່ງເສີມໃຫ້ເສດຖະກິດ – ສັງຄົມຂອງປະເທດ.

ຂະນະທີ່ ແຫລ່ງທ່ອງທ່ຽວມໍລະດົກໂລກ 2 ແຫ່ງຄື: ແຂວງຫລວງພະບາງ ແລະ ຈໍາປາສັກເປັນຈຸດຂາຍສໍາລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຊິ່ງສະແດງອອກ ຈຳນວນນັກທ່ອງທ່ຽວ ເຂົ້າມາໃນປະເທດ ໄດ້ເພີ່ມຂຶ້ນໃນແຕ່ລະປີ ສະເລ່ຍປະມານ 10-14%, ຕົວເລກປີ 2015 ມີຫລາຍກວ່າ 4.600.000 ຄົນ ສາມາດສ້າງລາຍຮັບເຂົ້າປະເທດໄດ້ຫລາຍກວ່າ 725.000.000 ໂດລາ ເພີ່ມຂຶ້ນ15% ກວ່າ ທຽບໃສ່ 5 ປີ ຜ່ານມາ ແລະ ໃນປີ 2016 ນັກທ່ອງທ່ຽວເຂົ້າມາລາວ ຈຳນວນ 5 ລ້ານກວ່າຄົນ ໄດ້ຊ່ວຍຊຸກຊູ້ໃຫ້ຂະແໜງການອື່ນໆ ມີການຂະຫຍາຍຕົວໄປພ້ອມໆກັນ.

 

ຂໍຂອບໃຈຂໍ້ມູນ-ພາບຈາກ: ຂປລ ແລະ ພາບຈາກ ຊຽງຂວາງແດນງາມ.

 

ແບ່ງປັນ