ນໍ້າຝົນ ນັກຮ້ອງສາວສຽງດີ ຈາກຄ່າຍເພງ ອິນດີ້ ເລັກຄອດ ໄດ້ປ່ອຍ Single ເພງໃໝ່ຫຼ້າສຸດໃນບົດເພງທີ່ມີຊື່ວ່າ: “ມືສັງຫານ” ເຊິ່ງເພງນີ້ກໍໄດ້ ອ້າຍ ສັກ ແຫ່ງ ວົງ Cells ນັກຮ້ອງສີລະປິນຊື່ດັງມາເປັນຄົນຂຽນເນື້ອຮ້ອງໃຫ້, ບົດເພງດັ່ງກ່າວເປັນບົດເພງຊຶ້ງກິນໃຈເອົາໃຈຄົນທີ່ຕົກຂຸມຮັກຄົນທີ່ມີເຈົ້າຂອງແລ້ວ.
ບົດເພງນີ້ຈະມີຄວາມມ່ວນ ຊຶ້ງ ກິນໃຈພຽງໃດ ລອງມາຟັງຜົນງານເພງທີ່ສ້າງມາຈາກຄົນລາວເຮົາກັນເລີຍ #ຢ່າລືມແຊຣໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດ
ຄລິບຈາກ: Indee Laos
ຮູບພາບຈາກ: Namfon Indee