Breaking News

ງານ Vientiane WOW Fashion Week 2017

ແບ່ງປັນ

 

ໃນການສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວສູ່ປີທີ 6 ຂອງວາລສານ ວ້າວ (wow Magazine) ເມື່ອວັນເສົາ ທີ 18 ມີນາ 2017 ທີຜ່ານມາ ທີ່ໂຮງແຮມແລນມາກ ວາລະສານ ວ້າວ ໄດ້ຈັດ ກິດຈະກໍາການສະແດງ Fashion ສຸດພິເສດແຫ່ງປີ ໂດຍມີຊື່ວ່າ: “Vientiane WOW Fashion Week 2017” ຂຶ້ນຢ່າງຍິ່ງໃຫຍ່.

ງານ “Vientiane WOW Fashion Week 2017” ເປັນກິດຈະກໍາການສະແດງ Fashion ຈາກນັກອອກແບບລະດັບ ແຖວໜ້າ ຂອງ 2 ປະເທດ ສປປ ລາວ-ໄທ ຊຶ່ງມາໃນເຄື່ອງແຕ່ງກາຍທີ່ຫຼູຫຼາ ໂດຍ Collection ຕ້ອນຮັບ Summer ທີ່ປະສົມປະສານວັດທະນາມທໍາແບບລາວ-ໄທເຊັ່ນ: TYNA Inspiration of Silk, Poum Poum Lao Silk, Aek-Phoxay, Noom Marie, Men Folder, Vina, Phouvong Jewelry, Jewelry Viengkham, Hayden From Singapore, Achunbo Chawang From India ແລະ ຈາກໄທໄດ້ແກ່: Finale Wedding Studio ແລະ ອື່ນໆ.

ຊຶ່ງບັນຍາກາດການເດີນແບບຄັ້ງນີ້ ມີດາລາ, ນັກສະແດງຈາກສອງຝັ່ງ ລາວ-ໄທ ຫຼາຍເຖິງ 150 ຄົນ ນໍາໂດຍ: ແພນເຄັກ ເຂັມມະນິດ ຈາມິກອນ, ແຕງໂມ, ຕູມຕາມ ຍຸດທະນາ ເປື້ອງກາງ, ທອຍປະຖົມພົງ ເຮືອນໃຈດີ ແລະ ອື່ນໆອີກຫຼາຍຄົນ.

ງານດັ່ງກ່າວນີ້: ໃຫ້ກຽດຂຶ້ນກ່າວເປີດໂດຍທ່ານ ສຸດວັດ ເທດສາລີ ປະທານກໍາມະການບໍລິຫານ ວາລະສານ ວ້າວ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມນັກຂ່າວແຫ່ງປະເທດລາວພ້ອມດ້ວຍຂຽດທີ່ມີກຽດຢ່າງຫຼວງຫຼາຍ.

 

 

ແບ່ງປັນ