Breaking News

ເລັ່ງປັບປຸງ ການບໍລິການ ລົດເມ ສາທາລະນະ

ແບ່ງປັນ

​ທ່ານ ຄໍ​າພູນ ​ເຕ​ເມຣາດ ອໍາ​ນວຍ​ການ​ ລັດ​ວິ​ສາ​ຫະກິດ​ລົດ​ເມ​ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຖະ​ແຫຼງຂ່າວ ໃນທ້າຍອາທິດທີ່ຜ່ານມາວ່າ: ​ເພື່ອແນ່ໃສ່ປັບປຸງການ​ຂົນ​ສົ່ງ​ ສາທາລະນະ​ ໃນ​ນະຄອນຫຼວງ​ວຽງ​ຈັນ​ ພ້ອມ​ທັງ​ປັບປຸງລະບົບ ​ການ​ຄຸ້ມ​ຄອງ​ຂອງ​ລັດ​ວິ​ສາ​ຫະກິດ ​ລົດ​ເມ​ ຄືນ​ໃໝ່ ​ເພື່ອ​ເຮັດ​ໃຫ້ການ ​ບໍລິການ​ມວນ​ຊົນ​ ດີ​ຂຶ້ນ​ ແນ່​ໃສ່​ເຮັດ​ໃຫ້​ມວນ​ຊົນ ຫຼຸ​ດ​ຜ່ອນ​ການ​ນໍາ​ໃຊ້​ລົດ​ສ່ວນຕົວ ຫັນ​ມາ​ນໍາ​ໃຊ້​ລົດ​ສາທາລະນະ ​ໃຫ້​ຫຼາຍ​ຂຶ້ນ.  ​​ໂດຍໄດ້ສືບ​ຕໍ່​ໂຄງການ​ ປັບປຸງ​ໄລຍະ II ​ໃຫ້​ບໍລິການ​ສັງຄົມ ​​ມີ​ຄວາມ​ວ່ອງ​ໄວ, ປອດ​​ໄພ, ລາຄາ​ປະ​ຢັດ ​ແລະ ຂະຫຍາຍ​ເສັ້ນທາງ​ບໍລິການ ​ໃຫ້​ກວ້າງຂວາງ ​ເພື່ອ​ຊ່ວຍ​ຫຼຸດຜ່ອນ​ບັນຫາ ​ການ​ສັນຈອນ​ແອ​ອັດ ​ໃນ​ຕົວ​ເມືອງ ​ແລະ ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນ ​ໃຫ້​ຫຼຸດລົງ​ເທື່ອ​ລະ​ກ້າວ.

ພາຍ​ໃຕ້ອົງການ JICA ປະ​ເທດ​ຍີ່ປຸ່ນ​ ແຕ່​ປີ 2016-2018, ​ເຊິ່ງລັດ​ວິ​ສາ​ຫະກິດ​ລົດ​ເມ ຈະ​ນໍ​າ​ໃຊ້​ລົດ​ເມ​ໃໝ່ ​ຈໍານວນ 34 ຄັນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ຈາກ​ນະຄອນ​ຫຼວງກຽວ​ໂຕ ປະ​ເທດ​ຍີ່​ປຸ່ນ.  ສໍາລັບ​​ໂຄງການ​ ໄລຍະ II ຈະ​ປັບປຸຸງເພີ່ມ​ຈຸດ​ໃຫ້​ບໍລິການ​​ ໂດຍ​ຈະ​ເອົາ​ເດີ່ນ​ສູນ​ການ​ຄ້າ​ ລາວ-ໄອ​ເຕັກ ​ເປັນ​ສະຖານີ​ຈອດ​ລົດ​ເມ​ ​ແລະ ສະໜາມ​ບິນ​ສາກົນ​ວັດ​ໄຕ ​ໃນ​ແຕ່​ລະ​ມື້​ຈະ​ເລີ່​ມ​ແຕ່ 5:30-22:00 ​ໂມງ ​ໂດຍ​ຈະ​ມີ​ການປັບ​ປ່ຽນ​ ຕາຕະລາງ​ອອກ​ລົດເມ ​ເພີ່ມ​ຄວາມ​ຖີ່​ຂອງ​ຖ້ຽວ​ລົດ ​ໃຫ້​ມີ​ຄວາມ​ເໝາະ​ສົມ ​ແລະ ​ເຮັດ​ໃຫ້​ຜູ້​ໂດຍສານ​ ບໍ່​ຕ້ອງ​ລໍຖ້າ​ດົນ.

ນອກຈາກນີ້ ຍັງ​ຈະ​ໄດ້​ຄົ້ນ​ຄວ້າ ຄ່າ​​ໂດຍສານ​ ​ໃຫ້​ມີ​ຄວາມ​ເໜາະ​ສົມ, ພ້ອມ​ຕິດ​ຕັ້ງ​ ອຸປະກອນ​ທັນ​ສະ​ໄໝ​ໃສ່​ລົດ​ເມ ບອກ​ສະພາບ​ການ​ສັນຈອນ ​ແອ​ອັດຕາ​ມຖະໜົນ, ຕິດ​ຕັ້ງ​ລະບົບ​ນັບ​ຜູ້​ໂດຍ​ສານ ​ຂຶ້ນ-ລົງ ​ແລະ ອື່ນໆ ​ເພື່ອ​ໃຫ້​ເປັນ​ທີ່​ຍອມຮັບ​ຂອງ​ສັງ​ຄົມ ກໍ​ຄື​ຜູ້​ໃຊ້​ບໍລິການ​ ສະດວກ​ດີ​ຂຶ້ນ,  ​ເພີ່ມ​ຈໍານວນ​ຖ້ຽວ​ໃຫ້​ມີ​ຄວາມ​ຖີ່​ຂຶ້ນ, ປັບປຸງ​ຈຸດ​ລໍຖ້າ​ລົດ​ເມ ​ເພື່ອ​ໃຫ້​ນັກ​ຮຽນ, ນັກສຶກສາ ​ແລະ ປະຊາຊົນ​ຫັນ​ມາ​ນໍາ​ໃຊ້​ ລົດ​ເມ​ຫຼາຍ​ຂຶ້ນ.

ແບ່ງປັນ