Breaking News

ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)

ແບ່ງປັນ

ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ”  ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ  ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້  Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ.

Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone ກໍມີໂອກາດເດີນທາງມາທີ່ ປະເທດລາວ ເຮົາເພື່ອສະແດງມິນິຄອນເສີດໃນວັນທີ 11 ມີນາ 2017 ທີ່ສະຖານທູດອັງກິດ ທີ່ຜ່ານມາ.

ສຳລັບ ບົດເພງ “ຈຳປາເມືອງລາວ” ທີ່ Joss Stone ແລະ ໂຈ ພູມະໂນ ໄດ້ຮ່ວມ Featuring ໃນຄັ້ງນີ້ຈະມີ ຄວາມມ່ວນ ແລະ ຟັງແລ້ວອອນຊອນພຽງໃດ ລອງມາຟັງກັນໄດ້ເລີຍ:

via: JossStoneOfficial

ແບ່ງປັນ