Breaking News

ຈະພາໄປເບີ່ງສາວກູ້ໄພ ໃຈກ້າ ທີ່ມີນໍ້າໃຈເສຍສະຫຼະ ພ້ອມດ້ວຍຄວາມງາມທີ່ບໍ່ເປັນຮອງໃຜ

ແບ່ງປັນ

ສະບາຍດີຕອນເຊົ້າວັນຈັນ ມື້ເລີ່ມຕົ້ນຂອງອາທິດໃໝ່ເດີ້ສາວໆ ແຟນໆຂວັນໃຈ ມື້ນີ້ມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ຄົນເກົ່າຄົນເດີມ ທີ່ມາພ້ອມກັບເລື່ອງຄວາມສວຍຄວາມງາມທີ່ບໍ່ເປັນຮອງໃຜ (ຂອງຄົນອື່ນ) ແລະ ມື້ນີ້ແອດຈະມານໍາສະເໜີ ບັນດາສາວໆກູ້ໄພ ໃຈກ້າ ແລະ ທີ່ສໍາຄັນມີຄວາມງາມ ບາງຄົນງາມທຽບເທົ່າກັບ ດາລານັກສະແດງພຸ້ນລະ ອັນນີ້ແອດບໍ່ໄດ້ເວົ້າໄປຊື່ໆເດີ້ ເພາະແອດມີຮູບພາບມາຢັ້ງຢືນພ້ອມ ສາວໆແຟນໆຂວັນໃຈຈຶ່ງເວົ້າໃຫ້ແອດບໍ່ໄດ້ວ່າມົ່ວແນວໃດລ່ະ ເພາະໂດຍສ່ວນຕົວແອດມີຄວາມສົນໃຈອາສາກູ້ໄພຢູ່ແລ້ວ ເພາະເຂົາເຈົ້າມີຄວາມເສຍສະຫຼະສູງທີ່ສຸດ ເພາະພວກເຂົາຕ້ອງອົດຫຼັບອົດນອນ ເພື່ອຊ່ວຍເຫຼືອຄົນເຈັບໃນຍາມກາງຄໍ່າ ກາງຄືນ ນີ້ຄືນໍ້າໃຈຮັກຊາດໂດຍແທ້ຈິງ ເວົ້າມາລະຢາກເຫັນກັນແລ້ວແມ່ນບໍ່ວ່າສາວໆກູ້ໄພ ຄົນເກັ່ງທີ່ແອດເອົາມາຕ້ອນຈະງາມສົມກັບທີ່ແອດໂມ້ໄວ້ ຫຼືບໍ່ ໃຜຢາກຮູ້ກໍນໍາກັນມາເບີ່ງກັນເລີຍ!!

 

By: BeautyGuru

ຂໍຂອບໃຈຮູບຈາກ: ຕິດຕາມບ່າວຫຼໍ່-ສາວງາມອາກູ້ຊີບ&ກູ້ໄພ ສປປ ລາວ

ແບ່ງປັນ