Breaking News

The City Coffee & Restaurant ຮ້ານໃຈກາງນະຄອນຫຼວງ

ແບ່ງປັນ

Delicous Guide

ສະບາຍດີ! ສາວໆ ເພື່ອນໆຜູ້ອ່ານ ແລະ ຕິດຕາມ Delicious Guide ທຸກໆຄົນ ມາພົບພໍ້ກັນອີກແລ້ວ ກັບ ຄໍລຳ (Column) ທີ່ຈະມາແນະນຳຮ້ານທັງເກົ່າ ແລະໃໝ່ ທີ່ອາຫານແຊບໆ ບັນຍາກາດດີໆ ໄດ້ຮັບຄວາມນິຍົມ ທັງຢູ່ໃນນະຄອນຫຼວງວຽງຈັນ ແລະ ຮ້ານອາຫານຈາກແຂວງອື່ນໆທົ່ວປະເທດລາວມາໃຫ້ເພື່ອນໆ ສາວໆຂວັນໃຈໄດ້ຮູ້ຈັກກັນ.  ຜູ້ຂຽນ ຂໍແນະນຳຮ້ານທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໃກ້ກັບປະຕູໄຊຫຼັງສຳນັກງານນາຍົກເລີຍ ເຊິ່ງນີ້ກໍເປັນທີ່ມາຂອງຊື່ຮ້ານ The City Coffee & Restaurant ແຖມ Logo ເພິ່ນຍັງເປັນຮູບປະຕູໄຊນໍາອີກ.

 

ຮ້ານນີ້ເປີດໃຫ້ບໍລິການເມື່ອ 2 ປີກ່ອນ ສັງເກດໄດ້ວ່າ ເປັນຮ້ານທີ່ມີລູກຄ້າຂ້ອນຂ້າງໜ້າແໜ້ນແຕ່ເຊົ້າຮອດຄ່ຳນັບແຕ່ນັກສຶກສາ, ພະນັກງານຫ້ອງການ, ຊ່ຽວຊານຕ່າງປະເທດ ແລະບຸກຄົນທົ່ວໄປ ແວ່ວຽນມາອຸດໜູນບໍ່ຂາດສາຍ ດ້ວຍຈຸດພິເສດຂອງຮ້ານທີ່ໄດ້ຮວບຮວມເມນູອາຫານ ແລະ ເຄື່ອງດື່ມຫຼາກຫຼາຍປະເພດ ທັງຄາວຫວານແບບນາໆຊາດເຂົ້າມາລວມກັນຢູ່ໃນຮ້ານດຽວ ບໍ່ວ່າຈະເປັນອາຫານລາວ, ໄທ, ຝຣັ່ງ, ເຢຍລະມັນ, ອີຕາລີ…ອາຫານ Fusion Food ເບິ່ງແລ້ວ ຄ້າຍໆເປັນຮ້ານອາຫານຕາມສັ່ງເລີຍ. ເມນູອາຫານຫຼັກໆກໍມີທັງ: ລາບ, ສະເຕັກ (steak), ສະລັດ, ແຊນວິດ (Sandwich), ເຂົ້າຈີ່, ແຮມເບີເກີ້ (Hamburger), ສະປາເກັດຕີ້ (Spaghetti), ຊຸບ (Soup), ພິດຊ່າ (Pizza), ອາຫານເພື່ອສຸຂະພາບ, ອາຫານຈານດຽວຕາມສັ່ງ, ອາຫານແບບແກ້ມ, ປະເພດຕໍາ, ເຄັກ ແລະຂອງຫວານ… ສ່ວນເຄື່ອງດື່ມກໍມີຕັ້ງແຕ່ ກາເຟ, ນໍ້າຊາ, ນໍ້າຂີງ, ນໍ້າປັ່ນ, ນໍ້າໝາກໄມ້ສົດ, ເຫຼົ້າ, ວາຍ (Wine), ຄ໋ອກເທວ (Cocktails), ເບຍ… ຖືໄດ້ວ່າ ມາຮ້ານດຽວເກືອບໄດ້ກິນທຸກຢ່າງ ທີ່ຕ້ອງການ ແຖມລົດຊາດຍັງແຊບບໍ່ໃຫ້ຕິເດີ້. ບໍ່ພໍເທົ່ານັ້ນ, ໃນລະເດືອນ ທາງພໍ່ຄົວຂອງທາງຮ້ານ ຍັງໄດ້ປະດິດຄິດສ້າງເມນູໃໝ່ໆຂຶ້ນມາເພື່ອໄວ້ໃຫ້ເປັນທາງເລືອກອີກ ໂອ້ຄືມາຄັກແທ້!!!

 

ຈຸດເລີ່ມຕົ້ນຂອງຮ້ານນີ້ເກີດຈາກຄວາມມັກດື່ມກາເຟ ແລະ ຢາກມີສະຖານທີ່ນັ່ງຈິບກາເຟ ຝອຍກັນ ແບບສະບາຍໆກັບໝູ່ຄູ່ຊື່ໆ ສະນັ້ນ ການຕົບແຕ່ງເບື້ອງຕົ້ນຈຶ່ງອອກມາແບບງ່າຍໆ ເປັນກັນເອງ style ຫ້ອງຮັບແຂກ ບໍ່ໄດ້ມີການກຳນົດ Concept ແບບຕາຍຕົວວ່າຕ້ອງແມ່ນກຸ່ມລູກຄ້າໃດ ອາຫານແບບໃດເຄື່ອງດື່ມແບບໃດ ແຕ່ຍ້ອນມິມີ່ເອງ ເປັນຄົນງ່າຍໆ ມັກຕາມໃຈລູກຄ້າ ບໍ່ວ່າຜູ້ໃດສະເໜີຫຍັງມາ ກໍ່ຈັດໃຫ້ໝົດ ບໍ່ວ່າລູກຄ້າຈະຂໍໃຫ້ມີ ເມນູອາຫານແບບນັ້ນແບບນີ້, ເຄື່ອງດື່ມ ເຫຼົ້າ / ວາຍ (wine) ຍີ່ຫໍ້ໃດ, ການຕົບແຕ່ງມັກແບບໃດຢາກໃຫ້ມີຫ້ອງສ່ວນຕົວ / ຫ້ອງປະຊຸມຫຼືອັນໃດກໍແລ້ວແຕ່ທີ່ລູກຄ້າໄດ້ຂໍມາ ມິມີ່ເຮັດໃຫ້ຕາມນັ້ນໂລດບໍ່ເຄີຍຂັດໃຈ.

ຈຶ່ງອາດກ່າວໄດ້ວ່າ ຮ້ານ The City ເປັນຮ້ານທີ່ເກີດຈາກຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ເກືອບທຸກຄົນນັ້ນເອງຈຶ່ງເຮັດໃຫ້ເກີດການບອກຕໍ່ໄປເລື້ອຍໆ ເພາະສາວມິມີ່ບອກວ່ານັບແຕ່ເປີດຮ້ານ ບໍ່ໄດ້ສົນໃຈເລື່ອງການໂຄສະນາ ຫຼືກົນລະຍຸດການຕະຫຼາດໃດໆເລີຍ ແຕ່ລູກຄ້າກໍເພີ່ມຂຶ້ນເລື້ອຍໆ ຈົນຕ້ອງຂະຫຍາຍຮ້ານອອກໄປຕື່ມອີກ. ງ່າຍໆແບບນີ້ເນາະເຄັດລັບ ທີ່ບໍ່ລັບປານໃດຂອງສາວມິມີ່ສົມພໍວ່າຮ້ານ The City ນີ້ ຈຶ່ງເປັນຮ້ານທີ່ມີຊື່ສຽງຖືກໃຈຫຼາຍໆຄົນ ຈົນຕ້ອງກາຍມາເປັນຂາປະຈຳຂອງຮ້ານເພິ່ນ

ສາວໆຂວັນໃຈທ່ານໃດທີ່ກຳລັງຊອກຫາ ສະຖານທີ່ນັ່ງຫຼິ້ນໃຈກາງນະຄອນຫຼວງ ມຸມໜ້າຮັກໆ ເປັນສ່ວນຕົວເມນູຫຼາກຫຼາຍ ບໍລິການເປັນກັນເອງ ແລະຕອບໂຈດແທບທຸກ life style ຫຼືວ່າຢາກກິນອາຫານແຊບໆ ດ້ວຍບັນຍາກາດ Romantic ກັບຄູ່ຮັກ ໃນວັນວາເລນທາຍ (Valentine) ຫຼືສະຖານທີ່ຈັດງານສ້າງສັນມ່ວນຊື່ນ ກັບໝູ່ຄູ່ທີ່ຮູ້ໃຈກໍລອງແວ່ມາທີ່ The City Coffee & Restaurant ຮັບຮອງວ່າບໍ່ຜິດຫວັງ ທີມງານເຮົາ Confirm!!!

ສະຖານທີ່ຕັ້ງຢູ່ບ້ານ ສີບຸນເຮືອງ (ຫຼັງສຳນັກງານນາຍົກ), ເມືອງຈັນທະບູລີ, ນະຄອນຫຼວງວຽງ. ເປີດບໍລິການທຸກໆມື້ ຈັນ-ອາທິດ ຕັ້ງແຕ່ເວລາ 7:30 – 22:00 ໂມງ. ສາມາດຕິດຕາມລາຍລະອຽດຕ່າງໆທາງ Facebook: The City Coffee & Restaurant ຫຼື ໂທ: 030 255366.

  

ແບ່ງປັນ