Breaking News

ອາກາດຮ້ອນໆແນວນີ້ໄປທ່ຽວໃສດີ? ຖ້າໃຜບໍ່ຮູ້ຊິໄປທ່ຽວໃສ ( ເຮົາມີສະຖານທີ່ແນະນໍ້າໃຫ້ )

ແບ່ງປັນ

ສະບາຍດີ ບັນດາທີ່ຜູ້ອ່ານທີ່ໜ້າຮັກທັງຫຼາຍຂອງເວັບໄຊ໌ ຂວັນໃຈ ອາກາດຮ້ອນໆແນວນີ້ ຫຼາຍໆທ່ານກໍຢາກໄປລອຍນໍ້າ, ຢາກໄປຫຼິ້ນຕາດ ແລະ ທີມງານ ເວັບໄຊ໌ຂວັນໃຈ ກໍໄດ້ນໍາເອົາສະຖານທີ່ຫຼິ້ນນໍ້າມາໃຫ້ ແຟນໆຂວັນໃຈໄດ້ໄປຫຼິ້ນນໍ້າໃນມື້ອາກາດຮ້ອນແນວນີ້ນັ້ນເອງ

ຕາດມູນ – ຕາດປ່າໄລ່ – ຕາດວັງນອງ ແລະ ຕາດວັງນໍ້າເຜີ້ງ ຕັ້ງຢູ່ຫ່າງບໍ່ຈາກກັນຫຼາຍ ເຊິ່ງຢູ່ໃນບໍລິເວນບ້ານວຽງຄໍາ – ຈໍາປາ, ຫ່າງຈາກເສັ້ນທາງເລກທີ 13 ເໜືອເຂົ້າໄປທາງແຍກບ້ານໜອງແຕ່ງປະມານ 15 ນາທີ. ຕາດເຫຼົ່ານີ້ເປັນສະຖານທີ່ທ່ອງທ່ຽວ ທີ່ນິຍົມສໍາລັບການພັກຜ່ອນຢ່ອນໃຈ ຂອງຊາວເມືອງວຽງຈັນ ແລະ ແຂກທີ່ມາຈາກທ້ອງຖິ່ນໃກ້ຄຽງ ເນື່ອງຈາກວ່າຢູ່ບໍ່ໄກຈາກຕົວເມືອງຫຼາຍ. ຢູ່ບໍລິເວນຕາດມີນໍ້າໃສໄຫຼເຢັນ ແລະ ອ້ອມຮອບໄປດ້ວຍຕົ້ນໄມ້ ແລະ ທໍາມະຊາດອັນຂຽວງາມເໝາະແກ່ການຊຸມແຊວ – ກິນເຂົ້າປ່າ ແລະ ລົງຫຼິ້ນນໍ້າເຢັນສະບາຍກັບຄອບຄົວ ແລະ ໝູ່ເພື່ອນໃນມື້ພັກທ້າຍອາທິດ ຫຼື ມື້ພັກຜ່ອນ  ຕາດເຫຼົ່ານີ້ເປີດບໍລິການແກ່ທຸກທ່ານທຸກມື້ ຕັ້ງແຕ່ເວລາ 08:00 – 17:00 ໂມງ ອາກາດຮ້ອນແນວນີ້ຢ່າລືມໄປຫຼິ້ນນໍາຢູ່ຕາດເຫຼົ່ານີ້ເດີ້

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

ເຄຼດິດຮູບ: google.com

ແບ່ງປັນ