Breaking News

ນະໂຍບາຍອຸດໜູນເກີດລູກ-ປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ

ແບ່ງປັນ

 

ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຮ່ວມກັບ ສູນແມ່ ແລະ ເດັກ ແລະ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືຊີ້ແຈງການຈັດຕັ້ງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນ ວັນທີ 9 ມີນາ 2017 ທີ່ຜ່ານມາ ເຂົ້າຮ່ວມໂດຍຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສູນແມ່ ແລະ ເດັກ, ຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ພະນັກງານແພດໝໍແຕ່ລະຂັ້ນເຂົ້າໃຈ ແລະ ກໍາໄດ້ການຄຸ້ມຄອງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ໃຫ້ທຸກພາກສ່ວນກໍາໄດ້ການຂຶ້ນແຜນ, ການຄຸ້ມຄອງລະບົບການເງິນ, ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດກໍຄືນະຄອນຫຼວງວຽງຈັນທີ່ມາເກີດລູກ ແລະ ປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງໄດ້ຮັບການຍົກເວັ້ນທຸກຄ່າໃຊ້ຈ່າຍທີ່ພົວພັນກັບການເກີດລູກ ແລະ ປິ່ນປົວ, ໂດຍເລັ່ງໃສ່ແມ່ຍິງຖືພາ, ເກີດລູກ, ຫຼັງເກີດລູກ ແລະ ເດັກນ້ອຍລຸ່ມ 5 ປີ ໃນຂອບເຂດທົ່ວປະເທດ (ຍົກເວັ້ນສະມາຊິກທີ່ເຂົ້າຄັງປະກັນສຸຂະພາບໂດຍກົງ)

ຂໍຂອບຂໍ້ມູນ: ລາວພັດທະນາ

ແບ່ງປັນ