Breaking News

ວັດໂພໄຊຊະນະຣາມ ມິ່ງຂວັນຂອງແຂວງຫົວພັນ

ແບ່ງປັນ

ສະບາຍດີແຟນໆຂວັນໃຈທັງຫຼາຍ ມື້ນີ້ ທີມງານ ເວັບໄຊ໌ຂວັນໃຈ ຈະມາແນະນໍາໃຫ້ແຟນໆຂວັນໃຈ  ໄດ້ຮູ້ຈັກສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງຊາວແຂວງຫົວພັນ ນັ້ນກໍຄື: ວັດໂພໄຊຊະນະຣາມ ນັ້ນເອງ ເຊິ່ງຕັ້ງຢູ່ບ້ານຊໍາເໜືອ ເມືອງຊໍາເໜືອ ,ຫ່າງຈາກໃຈກາງເມືອງໄປປະມານ 1 ກິໂລແມັດ ແຕ່ກ່ອນວັດນີ້ເຄີຍເປັນບ່ອນປະດິດສະຖານຂອງພຣະອົງຕື້ ອັນເປັນມິ່ງຂວັນຂອງແຂວງຫົວພັນ.

ສໍາລັບການເດີນທາງໄປທ່ຽວແຂວງ ຫົວພັນ ກໍໄປສະດວກສະບາຍ ສາມາດໄປນໍາລົດເມກໍໄດ້ ຫຼື ໄປນໍາເຮືອບິນກໍດີ ແລະ ທ່ານໃດທີ່ສະດວກໄປນໍາສ່ວນຕົວເລີຍກໍຍິ່ງເປັນການດີ ເຊິ່ງສາຍການບິນທີ່ເດີນທາງໄປ ແຂວງ ຫົວພັນແມ່ນສາຍການບິນ Lao Skyway ຫຼື ລາວເດີນອາກາດ ມີແຕ່ວັນຈັນ ຫາ ວັນເສົາ ຖ້ຽວບິນເວລາ 1:30 ໂມງ ແລະ ລາຄາປົກກະຕິຈາກວຽງຈັນ ຫາ ແຂວງຫົວພັນ ໄປກັບແມ່ນ 1.699.000 ກີບ, ຖ້າມີແຕ່່ໄປລາຄາ 899.000 ກີບ ແລະ ສ່ວນລົດເມແມ່ນມີທຸກມື້ ມື້ໜຶ່ງມີ 4 ຖ້ຽວມີແຕ່ 9 ໂມງເຊົ້າ, 12 ໂມງ ແມ່ນລົດເມທໍາມະດາ ລາຄາ 170.000 ກີບ ແລະ ຖ້ຽວແຕ່ແລງ 2 ໂມງ, 5 ໂມງ ແມ່ນລົດຕຽງນອນ ລາຄາ 220.000 ກີບ ທ່ານໃດທີ່ສົນໃຈຢາກໄປທ່ຽວແຂວງ ຫົວພັນກໍໄປໄດ້ເລີຍເດີ້ ເມື່ອຮູ້ລາຄາຂອງການເດີທາງແຕ່ລະປະເພດແລ້ວ ຕໍ່ໄປເຮົາໄປຮູ້ຈັກກັບຂໍ້ມູນຂອງສະຖານທີ່ທ່ອງທ່ຽວກັນເລີຍ.

ໃນປີ ຄສ 1553 ສະໄໝເຈົ້າໄຊຍະເສດຖາທິຣາຊຂຶ້ນຄອງຣາຊໄດ້ນໍາພາປະຊາຊົນສ້າງເຈດີ ແລະ ພຣະພຸດທະຮູບໃຫຍ່ຂຶ້ນຢູ່ທີ່ນະຄອນຫຼວງຂອງອານາຈັກລ້ານຊ້າງ ( ນະຄອນຫຼວງວຽງຈັນໃນປັດຈຸບັນ ) ເພື່ອເປັນສັນຍາລັກແຫ່ງໄຊຊະນະ ໃນການຕໍ່ຕ້ານກັບສັກດີນາພະມ້າ ແລະ ເພື່ອເປັນບ່ອນສັກກາລະບູຊາຂອງປວງຊົນລາວ. ພຣະພຸດທະຮູບອົງນີ້ມີຄວາມສວຍງາມ ແລະ ໜ້າເກງຂາມຫຼາຍ ຖືກຫຼໍ່ຂຶ້ນດ້ວຍທອງແດງ ແລະ ທອງເຫຼືອງ ເຊິ່ງມີນໍ້າໜັກ 1 ໂຕນ ດັ່ງທີ່ເຫັນປະຈັກຕາຢູ່ທີ່ວັດອົງຕື້ ນະຄອນຫຼວງວຽງຈັນໃນທຸກມື້ນີ້

ຫຼັງຈາກນັ້ນເຈົ້າໄຊຍະເສດຖາທິຣາຊກໍໄດ້ປະກາດໃຫ້ປະຊາຊົນພ້ອມກັນສ້າງເຈດີ ແລະ ພຣະພຸດທະຮູບຂຶ້ນຢູ່ໃນເມືອງຂອງໃຜຂອງລາວ ເພື່ອເປັນສັນຍາລັກ ແລະ ລະນຶກເຖິງເຫດການດັ່ງກ່າວນັ້ນເຊັ່ນກັນ ເຖິງວ່າທອງ ແລະ ວັດຖຸອຸປະກອນທີ່ຫາມາໄດ້ນັ້ນຈະມີນໍ້າໜັກບໍ່ຮອດຕື້ ແລະ ເມື່ອຫຼໍ່ແລ້ວຈະເປັນພຣະພຸດທະຮູບໃຫຍ່ ຫຼືນ້ອຍກໍຕາມ ກໍໃຫ້ໃສ່ຊື່ວ່າ “ພຣະອົງຕື້”. ພາຍຫຼັງທີ່ພະຍາສີສຸລິນທໍາມະລາດ ເຈົ້າເມືອງໂສຍ (ເມືອງເກົ່າແຫ່ງໜຶ່ງຂອງແຂວງຫົວພັນໃນເມື່ອກ່ອນ) ໄດ້ຮັບຄໍາສັ່ງດັ່ງກ່າວແລ້ວ ກໍສັ່ງໃຫ້ບັນດາບຸກຄົນທີ່ສໍາຄັນແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອສ້າງພຣະພຸດທະຮູບໃຫຍ່ 1 ອົງຂຶ້ນໃນປີ ຄສ 1565 ເຊິ່ງມີນໍ້າໜັກ 3.850 ກິໂລກຼາມ ຫຼໍ່ດ້ວຍທອງເຫຼືອງ ໂດຍມີຊື່ວ່າ “ພຣະອົງຕື້” ແລະ ໄດ້ປະດິດສະຖານຢູ່ທີ່ວັດເກົ່າແຫ່ງໜຶ່ງຂອງເມືອງໂສຍ ໃນມື້ວັນທີ 10 ເມສາ 1984 ອໍານາດການປົກຄອງແຂວງຫົວພັນ ໄດ້ອັນເຊີນພຣະອົງຕື້ມາປະດິດສະຖານຢູ່ທີ່ ວັດໂພໄຊຊະນະຣາມ ທີ່ເມືອງຊໍ້າເໜືອແຫ່ງນີ້ ແລະ ມາຮອດວັນທີ 24 ພຶດສະພາ 2013 ກໍໄດ້ອັນເຊີນພຣະອົງຕື້ໄປປະດິດສະຖານຢູ່ທີ່ວັດສີບຸນເຮືອງທີ່ສ້າງຂຶ້ນໃໝ່ ແລະ ໃນປັດຈຸບັນນີ້ ເຖິງແມ່ນວ່າຈະບໍ່ມີພຣະພຸດທະຮູບອົງຕື້ຢູ່ທີ່ວັດໂພໄຊຊະນະຣາມແລ້ວກໍຕາມ ແຕ່ວັດດັ່ງກ່າວຍັງຄົງເປັນທີ່ເຄົາລົບ ແລະ ສັດທາຂອງປະຊາຊົນແຂວງຫົວພັນ ແລະ ປະຊາຊົນທີ່ມາຈາກທ້ອງຖິ່ນອື່ນໆສະເໝີມາ.

ແຂວງຫົວພັນຍັງມີສະຖານທີ່ທ່ອງທ່ຽວອີກຫຼາຍໆແຫ່ງ ບໍ່ວ່າຈະເປັນທາງທໍາມະຊາດ, ທາງປະຫວັດສາດ ແລະ ທາງວັດທະນະທໍາ ຖ້າທ່ານຜູ້ອ່ານໄດ້ໄປທ່ຽວທີ່ ແຂວງຫົວພັນ ກໍຢ່າລືມຊິມອາຫານພື້ນເມືອງ ຂອງແຂວງຫົວພັນພ້ອມເດີ້ ບໍ່ວ່າຈະເປັນ ແຈ່ວປາບໍ້າ, ແກງໜໍ່ຂົມ, ແກງໜໍ່ລັນ ແລະ ໜັງແຊ່ເພ້ຍ ແລະ ກໍຢ່າລືມຊື້ສິ້ນໄໝມ້ອນຕິດໄມ້ຕິດມືກັບພ້ອມເດີ້ ເພາະສິ້ນໄໝຢູ່ແຂວງຫົວພັນນັ້ນມີລວດລາຍອັນງົດງາມ, ໂດດເດັ່ນ ແລະ ປານີດຫຼາຍ ໃຊ້ເວລາຈົກເກືອບ 3 ເດືອນກວ່າຈະໄດ້ສິ້ນຜືນໜຶ່ງ ສໍາລັບວັດໂພໄຊຊະນະຣາມ ແຫ່ງນີ້ເປີດໃຫ້ທ່ານເຂົ້າໄປກາບໄຫວ້ຂໍພອນ ແລະ ທ່ຽວຊົມວັດແຫ່ງນີ້ ຕັ້ງແຕ່ເວລາ 8 ໂມງເຊົ້າ ຫາ 5 ໂມງແລງ ຂອງທຸກໆມື້.

ເຄຼດິດຮູບພາບ: google.com

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

ແບ່ງປັນ