ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ໄດ້ສ້າງໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ ເຂດໜອງກອກ ຢູ່ທີ່ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອເປັນບ່ອນຝຶກອົບຮົມວິຊາຊີບ, ສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມ, ປະຊົນບັນດາເຜົ່າ ໃນບໍລິເວນໃກ້ຄຽງ ກໍຄື ການສົ່ງເສີມວຽກເຮັດງານທຳ ໃຫ້ຊາວໜຸ່ມລາວ ບັນດາເຜົ່າໃນ ຂອບເຂດທົ່ວປະເທດ. ໂຄງການດັ່ງກ່າວ ໄດ້ເລີ່ມກໍ່ສ້າງຕັ້ງແຕ່ເດືອນສິງຫາ ປີ 2012 ມາຮອດວັນທີ 9 ມີນາ 2017 ຈຶ່ງໄດ້ມີພິທີມອບ-ຮັບ ແລະ ເລິ່ມຈັດຕັ້ງປະຕິບັດ ໂຄງການຢ່າງເປັນທາງການ.
ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສສ ຫວຽດນາມ ລວມມູນຄ່າທັງໝົດ 75,2 ຕື້ດົ້ງ, ທຶນສົມທົບຂອງ ລັດຖະບານ ສປປ ລາວ 3 ຕື້ກີບ. ໂດຍນຳໃຊ້ເນື້ອ ທີ່ທັງໝົດ 1.034 ເຮັກຕາ ປະກອບມີການກໍ່ສ້າງພື້ນຖານ ໂຄງລ່າງເຊັ່ນ: ຫ້ອງປະຊຸມ, ຫ້ອງຝຶກອົບຮົມວິຊາຊີບ, ຫໍພັກນັກຝຶກອົບຮົມ, ສຸກສາລາ, ນ້ຳບາດານ, ໄຟຟ້າ, ເຮືອນພັກ ໃຫ້ປະຊາຊົນຄອບຄົວ ທຸກຍາກຂາດເຂີນ, ສວນສາທິດເຕັກນິກ ກະສິກຳປູກຝັງ-ລ້ຽງສັດ. ປະຈຸບັນໂຄງການໄດ້ນຳສັດລ້ຽງ ປະກອບສ່ວນໃຫ້ອີກເຊັ່ນ: ໝູ 100 ໂຕ, ໄກ່ພັນຊີ້ນ 200 ໂຕ, ງົວແນວພັນ 16 ໂຕ; ປູກພືດກິນໝາກເຊັ່ນ ຕົ້ນໝາກລີ້ນຈີ່ 1,1 ເຮັກຕາ, ໝາກນັດ 3,41 ເຮັກຕາ. ສ່ວນເນື້ອທີ່ທີ່ເຫຼືອແມ່ນປູກ ພືດອຸດສະຫະກຳເຊັ່ນ ຢາງພາລາ, ມັນຕົ້ນ ແລະ ເປັນປ່າປ້ອງກັນ.
ແຫຼ່ງຂ່າວ: ຂ່າວສານປະເທດລາວ