Breaking News

mai khammaioubphaysack

ອົງການ NEDA ຊ່ວຍໃຫ້ປະຊາຊົນເຂົ້າເຖິງແຫຼ່ງນໍ້າສະອາດ

  ໃນວັນທີ 28 ກຸມພາ 2017  ຢູ່ທີ່ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບແລະເປີດໂຄງການພັດທະນາລະບົບນໍ້າປະປາໃນ 5 ເມືອງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ-ໄທ,  ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເນວິນ ສິນສິຣິ ຜູ້ອໍານວນການສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ຫຼື NEDA ພ້ອມດ້ວຍຕາງໜ້າຈາກ 5 ເມືອງ ແລະ ປະຊາຊົນເຂົ້າຮ່ວມ. ໂຄງການພັດທະນາລະບົບນໍ້າປະປາແມ່ນໄດ້ສຸມໃສ່ 5 ເມືອງຄື: ເມືອງ ແບງ, ເມືອງ ຄອບ, ເມືອງ ຫ້ວຍຊາຍ, ເມືອງ ໄຊບູລີ ແລະ ເມືອງ ໂຂງ ໂດຍ NEDA ໄດ້ໃຫ້ການສະໜັບສະໜູນເງິນກູ້ຈໍານວນ 305 ລ້ານບາດ ແລະ ເງິນໃຫ້ຊ່ວຍເຫຼືອລ້າອີກ 5 ລ້ານບາດ ເພື່ອເປັນງົບປະມານ …

Read More »

ສໍາເລັດໂຄງການອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ແຂວງຊຽງຂວາງ

  ໃນທ້າຍອາທິດຜ່ານມາໄດ້ຈັດ ພິທີມອບ-ຮັບໂຄງການກໍ່ສ້າງ, ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃນການກ່າວມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຄະນະ ຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກ່າວຮັບໂດຍທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ ໂດຍມີການນຳ ຂອງສູນກາງ, ແຂວງ, ເມືອງ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວນີ້ ຮັບເໝົາກໍ່ສ້າງໂດຍບໍລິສັດ ສີວອນ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ໄດ້ລິເລີ່ມກໍ່ສ້າງ ມາແຕ່ທ້າຍປີ 2014 ໂດຍໄດ້ບຸກເບີກສະຖານທີ່ ຖົມດິນອັດແໜ້ນ ວຽກເບຕົງກໍ່ໂບກ ລານອະເນກປະສົງ, ກໍ່ແທ່ນຕິດຕັ້ງຫີນແກ່ຣນິກ ຕິດຕັ້ງຮູບຫລໍ່ໝົດຄີງ, ຕິດຕັ້ງໄຟຟ້າ ນໍ້າປະປາ, ມີເນື້ອທີ່ທັງໝົດ 8.568 ຕາແມັດ ລວມມູນຄ່າທັງໝົດ 14 …

Read More »