Breaking News

ອົງການ NEDA ຊ່ວຍໃຫ້ປະຊາຊົນເຂົ້າເຖິງແຫຼ່ງນໍ້າສະອາດ

ແບ່ງປັນ

 

ໃນວັນທີ 28 ກຸມພາ 2017  ຢູ່ທີ່ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບແລະເປີດໂຄງການພັດທະນາລະບົບນໍ້າປະປາໃນ 5 ເມືອງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ-ໄທ,  ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເນວິນ ສິນສິຣິ ຜູ້ອໍານວນການສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ຫຼື NEDA ພ້ອມດ້ວຍຕາງໜ້າຈາກ 5 ເມືອງ ແລະ ປະຊາຊົນເຂົ້າຮ່ວມ.

ໂຄງການພັດທະນາລະບົບນໍ້າປະປາແມ່ນໄດ້ສຸມໃສ່ 5 ເມືອງຄື: ເມືອງ ແບງ, ເມືອງ ຄອບ, ເມືອງ ຫ້ວຍຊາຍ, ເມືອງ ໄຊບູລີ ແລະ ເມືອງ ໂຂງ ໂດຍ NEDA ໄດ້ໃຫ້ການສະໜັບສະໜູນເງິນກູ້ຈໍານວນ 305 ລ້ານບາດ ແລະ ເງິນໃຫ້ຊ່ວຍເຫຼືອລ້າອີກ 5 ລ້ານບາດ ເພື່ອເປັນງົບປະມານ ໃນການກໍ່ສ້າງໂຮງງານຜະລິດນໍ້າປະປາ, ລະບົບອ່າງເກັບນໍ້າ ແລະ ລະບົບທໍ່ສົ່ງນໍ້າປະປາ.

ໂຄງການນີ້ຈະເຮັດໃຫ້ປະຊາຊົນພາຍໃນ 5 ເມືອງມີຄວາມສະດວກສະບາຍໃນການຊົມໃຊ້ນໍ້າທີ່ສະອາດຫຼາຍຂຶ້ນ ເຊິ່ງກ່ອນໜ້ານີ້ ປະຊາຊົນຕ້ອງໃຊ້ແຫຼ່ງນໍ້າຈາກທໍາມະຊາດ ແລະ ນໍ້າບາດານ ເພື່ອອຸປະໂພກ ແລະ ບໍລິໂພກ.

ແບ່ງປັນ