Breaking News

ມອບມຸ້ງເພື່ອປ້ອງກັນມາເລເຣຍຢູ່ ສປປ ລາວ

ແບ່ງປັນ

 

ພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນອາທິດຜ່ານມານີ້, ທ່ານ ໄມໂຄ ຄຣາຍ, ຮອງທູດສາຫະລັດອາເມລິກາປະຈຳລາວໄດ້ມອບມຸ້ງຈຳນວນ 120.000 ດາງໃຫ້ແກ່ ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກເພື່ອໄປແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫລີກໃນແຂວງຕ່າງໆທົ່ວປະເທດ ເຊັ່ນ: ບໍລິຄຳໄຊ, ຄຳມ່ວນ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ສະຫວັນນະເຂດເພື່ອປ້ອງກັນປະຊາຊົນບໍ່ໃຫ້ມີຄວາມສ່ຽງຕໍ່ພະຍາດມາເລເຣຍ.

ເພື່ອເປັນການຕອບໂຕ້, ອົງການ USAID ໂດຍຜ່ານໂຄງການລິເລີ່ມມາເລເຣຍຂອງປະທານາທິບໍດີສະຫະລັດອາເມລິກາ ຫລື President’s Malaria Initiative (USAID/PMI) ໄດ້ໃຫ້ການສະໜັບສະໜຸນແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ພາຍໃຕ້ ກະຊວງສາທາລະນະສຸກໂດຍການມອບອຸປະກອນຊ່ວຍຊີວິດຈຳນວນໜຶ່ງເຊັ່ນ: ມຸ້ງເຄືອບຢາ, ເຄື່ອງມືບົ່ງມະຕິ ແລະ ຢາປິ່ນປົວມາເລເຣຍທີ່ມີຄຸນະພາບເຊິ່ງອຸປະກອນເຫຼົ່ານີ້ໄດ້ຊ່ວຍຄວບຄຸມການລະບາດ.

ມາຮອດປັດຈຸບັນນີ້ ລັດຖະບານອາເມລິກາເຮັດວຽກຢ່າງໃກ້ຊິດກັບກະຊວງສາທະລະນະສຸກເພື່ອຊອກຫາ ແລະ ຕອບສະໜອງສິ່ງທີ່ຍັງບໍ່ພຽງພໍ ເຖິງປັດຈຸບັນນີ້ໄດ້ມອບ ແລະ ແຈກຢາຍມຸ້ງເຄືອບຢາທັງໝົດ 445.000 ດາງ, ເຄື່ອງບົ່ງມະຕິ 378.700 ເຄື່ອງ ແລະ ຢາປິ່ນປົວມາເລເຣຍ 57.620 ຊຸດ. USAID/PMI ໄດ້ມີສ່ວນຮ່ວມຫລາຍກວ່າ 1.6 ລ້ານໂດລາສະຫະລັດໃນດ້ານອຸປະກອນ ແລະ ການຊ່ວຍເຫລືອທາງວິຊາການເພື່ອສະໜັບສະໜຸນລັດຖະບານລາວໃນການຕໍ່ສູ້ກັບພະຍາດມາເລເຣຍ.

ຂໍຂອບໃຈພາບ ແລະ ຂໍ້ມູນຂ່າວຈາກ: ຂປລ.

ແບ່ງປັນ