Breaking News

ຜູ້ຖືກບາດເຈັບຈາກເຫດການລະເບີດແຕກໄດ້ຮັບຄວາມຊ່ວຍເຫຼືອ

ແບ່ງປັນ

ອົງການເວີລດ໌ເອດຢູເຄຊັນ (World Education Lao) ແລະ ສະມາຄົມຟື້ນຟູຄຸນນະພາບຊີວິດ ໄດ້ໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຖືກເຄາະຮ້າຍຈາກເຫດລະເບີດແຕກ ເມື່ອວັນທີ 21 ມີນາ 2017 ທີ່ຜ່ານມາ ຢູ່ທີ່ບ້ານຍອດງື່ມ (ໜອງເປັດ) ເມືອງແປກ, ແຂວງ ຊຶ່ງນາງ ຫຼາບ ລີ (ອາຍຸ 10 ປີ) ໄດ້ເສຍຊີວິດ ແລະ ບາດເຈັບອີກ 12 ຄົນ.

ໂດຍການໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ຜູ້ລອດຊີວິດ ຈະໄດ້ຮັບການຊ່ວຍເຫຼືອຈ່າຍຄ່າປິ່ນປົວ ຕາມຄວາມສາມາດທີ່ເປັນໄປໄດ້ ແລະ ໃຫ້ການຊ່ວຍເຫຼືອສໍາລັບພິທີງານສົບໃຫ້ກັບຄອບຄົວນາງ ຫຼາບ ລີ ນອກນີ້, ພ້ອມທີ່ຈະອໍານວຍຄວາມສະດວກໃນການຊ່ວຍເຫຼືອໂດຍຜ່ານກອງທຶນປິ່ນປົວສຳລັບຜູ້ເຄາະຮ້າຍຈາກ ລບຕ,

 

ຂໍຂອບໃຈຂໍ້ມູນ ແລະ ຮູບຈາກ: World Education Laos ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ.

 

ແບ່ງປັນ