Breaking News

ຖາງສວນກ້ວຍຖິ້ມແລ້ວ 1.000 ເຮັກຕາ

ແບ່ງປັນ

ໃນວັນທີ 6 ເມສາ 2017 ອໍານາດການປົກຄອງແຂວງບໍ່ແກ້ວຢືນຢັນອາທິດນີ້ວ່າ: ຕົນເອງສາມາດທໍາລາຍ ແລະ ຖາງສ່ວນກ້ວຍຫອມຈໍານວນ 1.000 ເຮັກຕາ ພາຍຫລັງພົບວ່າມີນັກລົງທຶນຕ່າງປະເທດໄດ້ໃຊ້ສານເຄີມີບໍ່ຖືກຕ້ອງ, ການລົງທຶນບໍ່ໄດ້ຮັບອະນຸຍາດຈາກພາກລັດ ໂດຍສ່ວນໃຫຍ່ແມ່ນລົງທຶນກັບປະຊາຊົນເວົ້າກັນເອງ ແລະ ເກີດມີການໂອນການສໍາປະທານໃຫ້ຄົນອື່ນໆແບບເລື່ອນລອຍ.

ປັດຈຸບັນນີ້ ທົ່ວແຂວງຍັງເຫລືອສວນກ້ວຍຫອມທີ່ສໍາປະທານໂດຍຄົນຕ່າງປະເທດປະມານ 20 ກວ່າບໍລິສັດ ເນື້ອທີ່ທັງໝົດ 5.000 ກວ່າເຮັກຕາ.
ການປູກກ້ວຍໃນແຂວງບໍ່ແກ້ວເລີ່ມປີ 2010 ເປັນຕົ້ນມາ ໂດຍມີເນື້ອທີ່ທັງໝົດ 6.000 ເຮັກຕາ ແຕ່ປັດຈຸບັນນີ້ຍັງເຫລືອພຽງ 5.000 ເຮັກຕາ.

ຂໍຂອບໃຈແຫຼ່ງທີ່ມາ: ຂປລ ແລະ ຮູບຈາກ: Biby Vilinthone.

ແບ່ງປັນ