Breaking News

ດ່ວນ!!! ແຈ້ງການຫຼິ້ນບຸນປີໃໝ່ລາວ ໃນເມືອງປາກເຊ

ແບ່ງປັນ

 

ໃນການຫຼິ້ນບຸນປີໃໝ່ລາວປີນີ້ ເຈົ້າເມືອງປາກເຊ ໄດ້ອອກແຈ້ງການສະບັບ ເລກທີ 009/ຈມ.ປຊ, ລົງວັນທີ 27/3/2017 ເລື່ອງຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນ ການຫຼິ້ນບຸນປີໃໝ່ລາວ ພ.ສ 2560 ຊຶ່ງໃນແຈ້ງການສະບັບນີ້ ໄດ້ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ບັນຫາຄວາມ ສະຫງົບຂອງສັງຄົມ, ບັນຫາຄວາມສະອາດສວຍງາມຂອງບ້ານເມືອງ, ການຂັບຂີ່ປອດໄພ ແນໃສ່ເພື່ອ ເຮັດໃຫ້ບັນຍາກາດຂອງການຫຼິ້ນບຸນປີໃໝ່ລາວຢູ່ເມືອງປາກເຊປີນີ້ ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ຮັກສາໄດ້ ຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມຂອງຊາດ ແລະ ແຈ້ງການນີ້ຍັງອອກ 9 ຂໍ້ຫ້າມເດັດຂາດຄື:

  1. ຫ້າມເອົານໍ້າເປື້ອນ, ນໍ້າສີ ຫຼື ນໍ້າທີ່ເປັນພິດຕໍ່ສຸຂະພາບມາຫົດໃສ່ກັນ.
  2. ຫ້າມເດັດຂາດບໍ່ໃຫ້ຄອບຄົວອະນຸຍາດໃຫ້ບຸກຄົນ, ກຸ່ມຄົນຕໍ່ນໍ້າໃຊ້ທໍ່ ຫຼື ໂຕໂຢນໍ້າຊີດຫົດກັນຕາມເສັ້ນທາງ.
  3. ຫ້າມ ບຸກຄົນ, ກຸ່ມຄົນລັດລົດນຳທາງ ເພື່ອສວຍໂອກາດຫົດນໍ້າ, ລ້າງລົດເອົາເງິນ ທີ່ເປັນການກີດຂວາງການສັນຈອນໄປມາ ແລະ ເປັນສາເຫດພາໃຫ້ເກີດອຸບັດເຫດ ທັງຜິດຕໍ່ວັດທະນະທຳ ຮີດຄອງປະເພນີຂອງລາວເຮົາ.
  4. ຫ້າມບໍ່ໃຫ້ເອົານໍ້າກ້ອນໃສ່ຖົງຢາງ, ຖັງນໍ້າ ຫຼື ພາຊະນະອື່ນໆ ຂຶ້ນໃສ່ລົດແລ້ວຂັບຂີ່ຫົດກັນ, ແກວ່ງໃສ່ກັນຕາມ ທ້ອງຖະໜົນ ເຊິ່ງເຫັນວ່າໃນປີຜ່ານມາປາກົດການດັ່ງກ່າວແມ່ນເກີດຂຶ້ນຫຼາຍ ແລະ ພາໃຫ້ເກີດອຸບັດເຫດໃນ ການຂັບຂີ່, ເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ, ພາຫະນະເປ່ເພເສຍຫາຍ.
  5. ຫ້າມຫຼິ້ນການພະນັນທຸກປະເພດ.
  6. ຫ້າມບຸກຄົນ, ກຸ່ຄົນ ແຕ່ງຕົວທີ່ມີລັກສະນະໂປ້ ໂຊກາຍ ຫຼື ນຸ່ງສັ້ນຫົ່ມບາງເກີນຂອບເຂດ ອັນເປັນການຍົ້ວ ຍວນລໍ້ຕາ.
  7. ຫ້າມພົກພາ ຫຼື ຖືອາວຸດທຸກປະເພດຕິດຕົວໄປນຳ ຍົກເວັ້ນກຳລັງປະກອບອາວຸດເຊັ່ນ: ທະຫານ, ຕຳຫຼວດ, ປກສ-ກອງຫຼອນ ທີ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນເວນຍາມ.
  8. ຫ້າມບຸກຄົນ, ນິຕິບຸກຄົນ ໄປເຄື່ອນໄຫວ ຫຼື ກະທຳການໃດໆ ທີ່ເປັນການລະເມີດຕໍ່ລະບຽບກົດໝາຍຂອງບ້ານເມືອງຢ່າງເດັດຂາດ.
  9. ສຳນັກງານ, ອົງການຈັດຕັ້ງສາກົນ, ເຮືອນພັກຂອງຄົນຕ່າງປະເທດ ຖ້າບໍ່ໄດ້ຮັບອະນຸຍາດຈາກເຂົາເຈົ້າ ຫ້າມບໍ່ໃຫ້ເຂົ້າໄປຫົດນໍ້າອວຍພອນ ແລະ ກະທຳສິ່ງໃດໆ ທີ່ເປັນການລະເມີດສິດທິຂອງເຂົາເຈົ້າ.

 

ຂໍຂອບໃຈຂໍ້ມູນຂ່າວ ແລະ ຮູບຈາກ: Champamai Newspaper.

ແບ່ງປັນ