Breaking News

ມາພົບກັບຄວາມມ່ວນຊື່ນໃນງານມະຫະກຳສົ່ງເສີມການທ່ອງທ່ຽວປີ 2017 ທີ່ຫາດຊາຍແຄມຂອງ ( ດອນຈັນ )

ແບ່ງປັນ

ໃນຕອນແລງຂອງ ວັນທີ 11 ເມສາ 2017 ຢູ່ທີ່ ຫາດຊາຍແຄມຂອງດອນຈັນ (ກົງກັນຂ້າມກັບສາມແຍກປາກປ່າສັກ) ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວເປີດງານ “ມະຫາກໍາການສົ່ງເສີມການທ່ອງທ່ຽວ ປີ 2017” ໂດຍແມ່ນ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ຮ່ວມກັບ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ບໍລິສັດ CNP ຂາອອກ-ຂາເຂົ້າ ຈໍາກັດ ຮ່ວມກັນຈັດງານຄັ້ງນີ້ ໂດຍການໃຫ້ກຽດຂຶ້ນກ່າວເປີດງານຄັ້ງນີ້ມີ ທ່ານ ສຸລິຍາສັກ ປະທານ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ແລະ ທ່ານ ນາງ ຈັນນະພາ ປະທານບໍລິສັດ CNP ການຄ້າ ຂາອອກ-ຂາເຂົ້າ ພ້ອມດ້ວຍ ພາກສ່ວນບໍລິສັດທີ່ກ່ຽວຂ້ອງທັງລາວ ແລະ ໄທ ແລະ ສື່ມວນຊົນເຂົ້າຮ່ວມ.
ງານມະຫະກໍາສົ່ງເສີມການທ່ອງທ່ຽວປີ 2017 ນີ້ ແມ່ນຈະໄດ້ຈັດຂຶ້ນຕັ້ງແຕ່ ວັນທີ 12 ເມສາ ໄປຮອດ 16 ເມສາ 2017 ນີ້ ຈຸດປະສົງໃນການຈັດງານດັ່ງກ່າວແມ່ນ ເພື່ອເປັນການສົ່ງເສີມວັດທະນະທໍາຂອງປະເທດລາວສູ່ສາຍຕາຂອງນັກທ່ອງທ່ຽວລວມທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານງານບຸນປີໃໝ່ລາວ.
ທ່ານ ພູເມກ ມະນູພິບູນ CEO ບໍລິສັດ ລາວອາເມຊິງ ສະຕາເວີ ທ່ອງທ່ຽວ ກ່າວວ່າ: ຈຸດປະສົງທີ່ຈັດງານນີ້ຂຶ້ນມາເພື່ອເປັນການປຸກກະແສໃນເລື່ອງການທ່ອງທ່ຽວ ເພາະ ສປປ ລາວ ຈະໃຫ້ປີ 2018 ເປັນປີແຫ່ງການທ່ອງທ່ຽວລາວ ສະນັ້ນ, ຈຶ່ງອາໄສງານນີ້ເປັນຈຸດເລີ່ມຕົ້ນໃຫ້ຕື່ນຕົວໃນການທ່ອງທ່ຽວຫຼາຍຂຶ້ນ ແລະ ງານນີ້ມີ 3 ຈຸດປະສົງຄື:
1. ສົ່ງເສີມເລື່ອງຮີດຄອງປະເພນີໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຊົມ ເຊັ່ນ: ການສະແດງຈາກວິທະຍາໄລນາດຕະສິນຂອງລາວ, ກາລະຫຼີ້ນພື້ນເມືອງລາວຕ່າງໆ ຊຶ່ງພາຍໃນງານຈະມີການເຕະກະຕໍ້ ຈາກນັກກິລາທີມຊາດລາວນໍາອີກ.
2. ເລີ່ມເຂົ້າງານມາຈະມີອຸໂມງນໍ້າຂອງ, ມີສາວນ້ອຍຕົກນໍ້າ ແລະ ມີສິລະປິນຈາກລາວ-ໄທ ເຊັ່ນ: ອິດ ໂປງລາງ, ຕິກ ຊີໂຣ, ຕ໋ອຍ ໝວກແດງ…
3. ສົ່ງເສີມການຮ່ວມມືໃຫ້ນັກທຸລະກິດລາວ ແລະ ຕ່າງປະເທດ ໄດ້ແນະນໍາການທຸລະກິດ ເຊິ່ງກັນ ແລະ ກັນ ເພາະການສົ່ງເສີມການທ່ອງທ່ຽວຈະໄປໄດ້ຢ່າງເຂັ້ມແຂງ ທຸລະກິດກໍຈະຕ້ອງຄຽງຄູ່ກັນ.
ພາຍໃນງານໄດ້ກະກຽມສິ່ງທີ່ອໍານວຍຄວາມສະດວກໄວ້ຫຼາຍຢ່າງບໍ່ວ່າຈະເປັນ ບ່ອນຈອດລົດທີ່ກ້ວາງຂວາງ, ສະຖານທີ່ ທີ່ສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 300. 000 ຄົນ, ມີບູດອາຫານຫຼາຍກວ່າ 40 ບູດໄວ້ຄອຍບໍລິການ ແລະ ພິເສດຄືລາຄາອາຫານແມ່ນປົກກະຕິຕາມທ້ອງຕະຫຼາດທົ່ວໄປ.

ແບ່ງປັນ