Breaking News

ອາຍຸ ພຽງ 14 ປີ ຄວ້າປະລິຍາຕີສໍາເລັດ

ແບ່ງປັນ

 

ມາຮູ້ຈັກໜຸ່ມໜ້ອຍ ທີ່ມີຊື່ວ່າ: ຄາສັນ ຮິວອີຢູ (Carson Huey-You) ທີ່ເອີ້ນໄດ້ວ່າ: ເປັນອັດສະລິຍະກໍວ່າໄດ້ ເມື່ອລາວອາຍຸພຽງແຕ່ 14 ປີ ເທົ່ານັ້ນ ກໍສາມາດຮຽນຈົບລະດັບການສຶກສາປະລິຍາຕີທີ່ອາຍຸໜ້ອຍທີ່ສຸດຂອງມະຫາວິທະຍາໄລ ເທັກຊັສ ຄຣິດຕຽນ.

ຊຶ່ງໜຸ່ມໜ້ອຍຄົນນີ້ ເລີ່ມເຂົ້າສຶກສາລະດັບປິລິນຍາຕີຕັ້ງແຕ່ອາຍຸ ພຽງ 11 ປີ ໃນສາຂາວິຊາ ຟີຊິກ ຮຽນຄວບຄູ່ກັບຄະນິດສາດ ແລະ ພາສາຈີນ ທີ່ມະຫາວິທະຍາໄລດັ່ງກ່າວ ແລະ ຈົບການສຶກສາຕາມຫຼັກສູດ 4 ປີ ພ້ອມກັນໝູ່ຄູ່ຮ່ວມລຸ້ນອີກ 2.000 ກວ່າຄົນ.

ແບ່ງປັນ