Breaking News

ເພີ່ມໂອກາດໃຫ້ຄົນລາວເຂົ້າເຖິງວຽກເຮັດຫຼາຍຂຶ້ນ

ແບ່ງປັນ

 

ໂຄງການເສີມສ້າງ ຄວາມອາດສາມາດທາງດ້ານ ວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ລາວ. ທະນາຄານພັດທະນາອາຊີ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມດັ່ງກ່າວຂຶ້ນເມື່ອວັນທີ 12 ພຶດສະພາ 2017 ໂດຍການເປັນທານຂອງທ່ານ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ຜູ້ຮັກສາການຜູ້ຕ່າງໜ້າສໍານັກງານ ທະນາຄານອາຊີ ປະຈໍາລາວ.

ທ່ານ ຊຸນສຸເກາະ ບັນໂດະ ຮັກສາການຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈໍາລາວ ກ່າວວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປີດໂອກາດໃຫ້ຜູ້ສະແຫວງຫາວຽກເຮັດງານທໍາໄດ້ເຂົ້າເຖິງຂໍ້ມູນຂ່າວສານການຈ້າງງານ ທັງເຂດຕົວເມືອງ ແລະ ຊົນນະບົດ ຫຼາຍຂຶ້ນ, ໂດຍມີການປຶກສາຫາລືກັບຂະແໜງການເອກະຊົນ ແລະ ບັນດາສະຖາບັນທີ່ສະໜອງການຝຶກອົບຮົມທັກສະ ແລະ ສືມືແຮງງານ, ເພື່ອຂະຫຍາຍແຫຼ່ງຂໍ້ມູນຂ່າວສານ ແລະ ລະຫວ່າງຜູ້ຈ້າງງານ ແລະ ຜູ້ຊອກຫາວຽກເຮັດງານທໍາ.

ແຫຼ່ງຂໍ້ມູນ: ລາວພັດທະນາ

ແບ່ງປັນ