Breaking News

ທ່ຽວຊົມອຸທິຍານຄວາມງົດງາມຂອງຖໍ້າປະຫວັດສາດ

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານຂວັນໃຈ ຈະພາໄປທ່ຽວທີ່ຖໍ້າຂຸນລາງ ທີ່ຕັ້ງຢູ່ ບ້ານຫວ້ຍສ້ານ ເມືອງກາສີ ແຂວງວຽງຈັນ ເຊິ່ງຖືໄດ້ວ່າ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມ ແລະ ຄົບບັນຍາກາດທີ່ຫາເບິ່ງໃນທີ່ແຫ່ງອື່ນໆໄດ້ຍາກ ເພາະໃນສະຖານທີ່ແຫ່ງນີ້ນອກຈາກມີ ຖໍ້າຫີນຍ້ອຍດ້ວຍລວດລາຍຕ່າງໆ ຂອງເລື່ອງລາວທ້າວຂຸນລາງ ໃນນິທານພື້ນເມືອງລາວເລື່ອງ ຂຸນລູນາງອົ້ວ ອັນມີຊື່ສຽງແລ້ວ ຍັງມີນໍ້າຕົກຕາດນ້ອຍໃຫຍ່ຢັ່ງຢາຍຕະຫຼອດສາຍທາງການໄປເຖິງປາກຖໍ້າ. ນອກນັ້ນ ຍັງອຸດົມສົມ ບູນດ້ວຍຊີວະນາໆພັນທີ່ຂຽວກະຈີຊຸມເຢັນຕະຫລອດປີ.

ສາຍນ້ຳເຫລົ່ານີ້ໄຫຼຜ່ານຫຼືບຫີນຕ່າງໆ ທີ່ສູງຊັນເຮັດໃຫ້ເກີດມີນ້ຳຕົກຕາດຫລາຍແຫ່ງ, ຢູ່ທາງເບື້ອງຂວາຂອງທາງຂຶ້ນຖ້ຳມີຫ້ວຍ (ຫ້ວຍສະໃພ້), ມີນ້ຳຕົກຕາດສອງແຫ່ງຮຽກວ່ານ້ຳຕົກຕາດຫ້ວຍສະໃພ້ 1 ແລະ 2. ນ້ຳຕົກຕາດທີ່ສູງປະມານ 10 ແມັດໄຫຼທອດລົງເປັນຊັ້ນໆຕາມຮ່ອມຜາຊັນ.

ປາກຖ້ຳຂຸນລາງຢູ່ທາງທິດຕາເວັນຕົກ ມີຂັ້ນໄດຂຶ້ນປະມານ 400 ຂັ້ນຈິ່ງຮອດປາກຖໍ້າ ແລະ ມີຂັ້ນໄດລົງອີກດ້ານໜຶ່ງປະມານ 257 ຂັ້ນເພື່ອໄປຫານ້ຳຕົກຕາດ. ພາຍໃນຖໍ້າກວ້າງຂວາງ ແລະ ແຍກອອກເປັນຫຼາຍຜົ້ງ, ຫຼາຍໂພງ, ຫຼາຍຫ້ອງ, ຫຼາຍຊັ້ນ ກວ້າງ-ແຄບເຖິງສີ່ລະດັບ ມີທາງຍ່າງລວງດຽວທີ່ຍາວໄປທາງທິດຕາເວັນອອກປະມານ 250 ແມັດ ມີເງື່ອນໄຂສະດວກໃນການທ່ຽວຊົມ.ຖ້າແຟນໆຂວັນໃຈ ຄົນໃດທີ່ຍັງບໍ່ເຄີຍໄປຢ່າລືມຫາໂອກາດ ໄປຊົມຄວາມງົດງາມຂອງຖໍ້າຂຸນລາງເດີ້ ຮັບຮອງບໍ່ຜິດຫວັງແນ່ນອນ.

ຂໍ້ມູນ ແລະ ຮູບພາບ: Saylakham images

ແບ່ງປັນ