Breaking News

Chic Working Women

ປະທານປະເທດ ແຫ່ງ ສປປ ລາວ ອວຍພອນປີໃໝ່ລາວ ພ.ສ 2564 (ພ້ອມທັງສົ່ງເສີມການນໍາໃຊ້ “ດອກຄູນ” ດອກໄມ້​ປະຈໍາເທດສະການປີໃໝ່ລາວ ທົດແທນການນຳເຂົ້າຈາກຕ່າງປະເທດ)

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະ ເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະ ຍາຍາມບຸກບືນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາ, …

Read More »

ສ່ອງ!!!​ ສາວງາມ ນາງແບບສຸດເຊັກຊີ່ ສາວ ເຈສຊີ່ ວາດ ຈາກປະເທດອັງກິດ

ມາຮູ້ຈັກ!!! ກັບສາວຄົນນີ້ໃຫ້ຫຼາຍຂຶ້ນ ເຈສຊີ່ ວາດ ນາງແບບຊື່ດັງຈາກປະເທດອັງກິດ ເຈສຊີ່ ໄດ້ມາອາໄສຢູ່ທີ່ະເທດໄທເປັນຫຼາຍປີແລ້ວ ຈົນເຮັດໃຫ້ເວົ້າພາສາໄທໄດ້ຢ່າງຄ່ອງແຄ້ວ ແລະ ເປັນທີ່ຮຸ້ຈັກກັນດີໃນນາມນາງແບບສຸດເຊັກຊີ່ ແລະ ບໍ່ພຽງແຕ່ເປັນນາງແບບເທົ່ານັ້ນ ເຈສຊີ່ ຍັງມີຄວາມສາມາດອີກດ້ານນັ້ນກໍຄືການຮ້ອງເພງ ທີ່ໄປເວທີໃດກໍສາຍແວວປັງສຸດໆ…​ມືນີ້ຂວັນມໃຈຈະພາແຟນໆມາຮຸ້ຈັກກັບສາວຄົນນີ້ກັນເລີຍ!!!

Read More »

ລາວຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວນຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຍ້ອນວ່າຢູ່ບັນດາປະເທດອ້ອມຂ້າງຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ໂດຍມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ແລະ ຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍຂອງປະຊາຊົນລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍັງມີການລັກລອບເຂົ້າມາຂອງຄົນຕ່າງປະເທດດັ່ງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ່ 50 ທີ່ກວດພົບເຊື້ອເມື່ອວັນທີ 9 ເມສາ 2021 ທີ່ຜ່ານມາ ເປັນຄົນສັນຊາດໄທນັ້ນ ແມ່ນຜູ້ກ່ຽວໄດ້ໄປພົບກັບຄົນໄທທີ່ລັກລອບເຂົ້າມາ ສປປ ລາວ. ທ່ານ ດຣ ຣັດຕະນະໄຊໃຫ້ຮູ້ຕື່ມວ່າ: ໃນໄລຍະບຸນປີໃໝ່ລາວ ພສ 2554 ນີ້ ຮຽກຮ້ອງໃຫ້ທຸກຊັ້ນຄົນເພີ່ມຄວາມມີສະຕິລະວັງຕົວໃນການປ້ອງກັນພະຍາດໂຄວິດ-19 ໂດຍໃຫ້ປະຕິບັດຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ, ໃຫ້ຫຼີກລ່ຽງການໄປທ່ຽວຢູ່ສະຖານທີ່ບັນເທິງໂດຍສະເພາະໃນໄລຍະທີ່ມີເທດສະການຍ້ອນວ່າຢູ່ສະຖານທີ່ບັນເທິງບໍ່ຮູ້ປະຫວັດຜູ້ທີ່ມາທ່ຽວ ແລະ ໃນສະຖານທີ່ບັນເທິງຍັງມີເນື້ອທີ່ຄັບແຄບ, ຫຼີກລ່ຽງການຕັ້ງວົງຊຸມແຊວໂດຍບໍ່ສາມາດປະຕິບັດໄລຍະຫ່າງໄດ້ ນອກນັ້ນການດື່ມສິ່ງມືນເມົາຍັງເຮັດໃຫ້ຂາດສະຕິໃນການປ້ອງກັນພະຍາດນີ້ອີກດ້ວຍ. ຮຽກຮ້ອງໃຫ້ນາຍບ້ານທີ່ມີບ້ານຕິດກັບປະເທດເພື່ອນບ້ານເພີ່ມມາດຕະການເວນຍາມຕາມຊາຍແດນ ແລະ ກວດກາສະມາຊິກໃນບ້ານຜູ້ທີ່ມີປະຫວັດເດີນທາງໄປເຮັດວຽກຢູ່ປະເທດເພື່ອນບ້ານຖ້າພົບເຫັນມີການລັກລອບເຂົ້າມາຂໍໃຫ້ແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນເພື່ອຈະນຳຜູ້ກ່ຽວໄປກວດຫາເຊື້ອ ແລະ ຈຳກັດບໍລິເວນ. ຂ່າວ: ວຽງຈັນທາມ

Read More »

ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

ໃນວັນຈັນ, ວັນທີ 12 ເມ​ສາ 2021, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ)ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ ມື້ນີ້ ແມ່ນວັນຈັນ ວັນທີ 12 ເມ​ສາ 2021, ແລະ ​ຍັງ​ອີກ 2-3 ວັນ ກໍ່​ຈະ​ເປັນ​ປີໃໝ່ ​ປະ​ຈຳ​ຊາດ​ລາວເຮົາ.ໃນປີ ຜ່ານມານີ້ ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ,​ ລວມ​ທັງ ສ​ປ​ປ​ ລາວ ຂອງພວກ ເຮົາໄດ້ປະເຊີນກັບ “ ​ການ​ລະ​ບາດຢ່າງ​ຮ້າຍ​ແຮງ​ຂອງ​ພະ​ຍາດ COVID-19 ” ເຊີ່ງໄດ້ແຜ່​ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ມານີ້. ເພື່ອຮັບມື ກັບສະພາບການດັ່ງກ່າວ ລັດຖະບານເຮົາ ​ກະກຽມ​ຄວາມ​ພ້ອມ ແລະ ​ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ​ໄດ້​ທົບ​ທວນ ແລະ …

Read More »

ເກີດແລ້ວ!!! ທາດຍາດຄົນທີ່ສອງ ສາວລາວ-ບ່າວໄທ ພໍ່ຟຸກ ແລະ ແມ່ແອັບເປິ້ນ

ຍິນດີນໍາ!!! ພໍ່ຟຸກ ແລະ ແມ່ແອັບເປິ້ນອີກຄັ້ງທີ່ໄດ້ທາຍາດຜູ້ທີ່ສອງແລ້ວ ນັ້ນກໍຄືນ້ອງຊະນິຕາ (ຈູນ່າ) ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມຟຸກເຈົ້າພໍ່ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານຫຼາກຫຼາຍເຊັ່ນກັນ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງຮູບເງົາເລື່ອງ:​ ຂຸມຊັບລໍາໂຂງ, ມະນີນາຄາ ແລະ ອີກຫຼາຍໆເລື່ອງ…ແຖມຍັງເປັນນັກທຸລະກິດໝຸ່ຫຼໍ່ທີ່ມີບໍລິສັດເສີມຄວາມງາມອີກດ້ວຍ. ເກີດແລ້ວ!!! ນ້ອງຈູນ່າ ນໍ້າໜັກ 3,350 ກິໄລ ວັນທີ 09 ເມາສາ 2021 ທີ່ຜ່ານມາ ໜ້າຮັກແທ້ເດ ເອື້ອຍຈູນີ່ ແລະ ນ້ອງຈູນ່າ ຕາແພງທັງສອງເອື້ອຍນ້ອງ

Read More »