Breaking News

Just for Love

7 ວິທີລືມຄົນຮັກເກົ່າໃຫ້ໄວທີ່ສຸດ

ການລືມຄົນຮັກເກົ່າ ເປັນເລື່ອງຍາກສະເໝີ ແຕ່ມັນກໍເປັນສິ່ງທີ່ເຮົາຫຼີກບໍ່ໄດ້ ແລະ ຈໍາເປັນຕ້ອງຕັດໃຈ ເພື່ອເຮັດໃຫ້ເຮົາໄດ້ກັບໄປ ໃຊ້ຊີວິດຄືເກົ່າ ລວມທັງເພີ່ມໂອກາດໃຫ້ຕົວເອງ ທີ່ຈະໄດ້ພົບຄົນໃໝ່ທີ່ດີກວ່າ ລອງອ່ານ ວິທີລືມຄົນຮັກເກົ່າໃນເວລາສັ້ນໆ ແລ້ວເອົາໄປປະຕິບັດເບິ່ງເນາະ! ພະຍາຍາມບໍ່ຕ້ອງໄປຄິດຮອດເຂົາ ເພາະວ່າ ທ່ານກັບເຂົາບໍ່ໄດ້ເປັນຫຍັງຕໍ່ກັນແລ້ວ  ບໍ່ວ່າເຂົາຈະເຮັດຫຍັງກໍຕາມ ບໍ່ຄວນທີ່ຈະໄປກ່ຽວຂ້ອງກັນອີກຕໍ່ໄປ ຈົ່ງຍອມຮັບວ່າທ່ານຍ້ອນເວລາກັບຄືນບໍ່ໄດ້ ເມື່ອຕັດສິນໃຈໄປແລ້ວ ກໍບໍ່ຕ້ອງເສຍໃຈພາຍຫຼັງ ຍອມຮັບການຕັດສິນໃຈຂອງຕົວເອງ ແລະ ພະຍາຍາມເຮັດມື້ຕໍ່ໄປໃຫ້ດີຂຶ້ນເລື້ອຍໆ. ບໍ່ຄວນຢູ່ຄົນດຽວ ຄວນແບ່ງເວລາອອກໄປທ່ຽວ ຫຼື ໃຊ້ເວລາຢູ່ກັບຄອບຄົວ ເພາະທ່ານຍັງມີອີກຫຼາຍຄົນ ທີ່ພ້ອມຈະໃຫ້ກຳລັງໃຈ ແລະ ຢູ່ເປັນເພື່ອນທ່ານສະເໝີ. ຊອກສິ່ງໃໝ່ໆ ເຮັດ ໂດຍສະເພາະ ຊອກຮຽນພາສາ ເພື່ອເພີ່ມຄວາມຮູ້ໃຫ້ກັບຕົນເອງ ອອກກໍາລັງກາຍຢ່າງສະໝໍ່າສະເໝີ ເພື່ອຈະໄດ້ ປ່ຽນຄວາມສົນໃຈ ແລະ ຍັງຊ່ວຍໃຫ້ທ່ານໄດ້ພັດທະນາຕົວເອງໄປໃນຕົວນຳອີກ. ຊັງກັນໄປກໍບໍ່ມີຫຍັງດີ ຖ້າເຂົາເປັນຄົນບໍ່ດີ ກໍຖືວ່າເປັນໂຊກດີຂອງທ່ານທີ່ເລີກກັບເຂົາໄດ້ ແລະ ລືມເຂົາໄປຊະ ຈະໄປຈື່ເຂົາໃຫ້ເສຍຄວາມຮູ້ສຶກເຮັດຫຍັງລະ. ປ່ຽນມາສົນໃຈຕົວເອງ ລອງປ່ຽນມາເຮັດຕາມໃຈທີ່ຕົນເອງມັກ ແລະ …

Read More »

ຢ່າເຮັດແບບນີ້ກັບໃຜ ເພາະເຂົາຈະຮັກເຈົ້າ!!!

  ຢ່າໂທ ຫຼື ສົ່ງຂໍ້ຄວາມມາໃນຕອນເດີກ ເພາະເວລານັ້ນ ຂ້ອຍຕ້ອງລົມກັບຄົນທີ່ພິເສດເທົ່ານັ້ນ ຢ່າໂທມາ ເວລາເກົ່າແລ້ວລົມດົນໆ ທຸກໆມື້ ເພາະຂ້ອຍຈະເຂົ້າຂ້າງຕົວເອງ ວ່າຂ້ອຍຈະເປັນຄົນສຳຄັນ ແລະ ມີຄວາມໝາຍສຳລັບເຈົ້າ ຢ່າເລົ່າເລື່ອງດີໆ ກ່ຽວກັບຄົນຮັກເກົ່າ ແລະ ຢ່າເວົ້າວ່າຕອນນີ້ເຫງົາຢາກມີໃຜຈັກຄົນມາເບິ່ງແຍງ ເພາະຂ້ອຍອາດຈະ ຢາກເປັນຄົນໆນັ້ນ ຢ່າລອງໃຈໂດຍການມິດ ບໍ່ຕິດຕໍ່ມາເປັນເວລາຫຼາຍມື້ ເພາະຂ້ອຍຈະຕື່ນເຕັ້ນທຸກຄັ້ງໃນເວລາສຽງໂທລະສັບດັງ ແລະ ກະວົນກະວາຍໃຈຢາກໂທຫາເຈົ້າ ຢ່າບອກວ່າຈະໄປສົ່ງຮອດເຮືອນ ເມື່ອກັບຮອດເຮືອນ ກໍຢ່າສົ່ງຂໍ້ຄວາມທີ່ມີຄວາມໝາຍເກີນກວ່າໝູ່ ເພາະຂ້ອຍຈະ ຢາກໃຫ້ເຈົ້າມາເບິ່ງແຍງຂ້ອຍແບບນີ້ທຸກມື້ ຢ່າເປີດເພງຄວາມໝາຍດີໆ ໃຫ້ຟັງທາງໂທລະສັບແລ້ວບອກໃຫ້ຂ້ອຍຕັ້ງໃຈຟັງ ເພາະຂ້ອຍຈະເອົາເນື້ອເພງມາຕີຄວາມ ແລະ ຈະເປີດຟັງ ຈົນບໍ່ຮູ້ເບື່ອ ຢ່າເອົາໃຈຂ້ອຍ ຄືຂ້ອຍເປັນຄົນສຳຄັນ ເພາະຂ້ອຍກໍຕ້ອງການເປັນຄົນສຳຄັນຂອງເຈົ້າຄືກັນ ຢ່າມາເວົ້າຄຳຫວານໆ ຕະຫຼອດເວລາທີ່ລົມກັນ ເພາະຂ້ອຍຈະມັກ ແລະ ຕັ້ງໃຈຟັງຄໍາຫວານໆທຸກຄັ້ງທີ່ເວົ້າມາ ຢ່າບອກວ່າເຮົາມີສິ່ງທີ່ຄ້າຍຄືກັນ ແລະ ຢ່າບອກວ່າສະບາຍໃຈທຸກຄັ້ງທີ່ໄດ້ລົມກັບຂ້ອຍ ເພາະຂ້ອຍຈະຮູ້ສຶກໃນແບບດຽວກັນ ຢ່າຍ້ອງຂ້ອຍວ່າເປັນຜູ້ຍິງທີ່ດີ ໃຜໄດ້ຂ້ອຍໄປເປັນຄົນຮັກຕ້ອງເປັນຜູ້ຊາຍທີ່ໜ້າອິດສາ ເພາະຂ້ອຍຈະມັກຄຳນີ້ທີ່ສຸດ …

Read More »