Breaking News

ເຈົ້າແມ່ຫ້າງແຕກກັບມາອີກແລ້ວ! ມື້ນີ້ກຽມພົບກັບ ອໍ້າ ພັດຊະຣາພາ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານແນ່ນອນ!!!

ແບ່ງປັນ

ອີກແລ້ວໆໆໆ!!! ແຟນຄລັບຊາວລາວເຮົາມີເຮ…ເພາະກຽມພົບກັບດາລາໃນດວງໃຈຂອງໃຜຫຼາຍໆຄົນ ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາ-ນັກສະແດງ ໝາຍເລກໜຶ່ງຂອງປະເທດເພື່ອນບ້ານທີ່ກຽມມາພົບກັບແຟນໆຊາວລາວເຮົາອີກແລ້ວເປັນເທື່ອທີ 2 ໃນວັນທີ 7 ມິຖຸນາ 2017 , ຫຼັງຈາກທີ່ເທື່ອກ່ອນຕອນທີ່ເອື້ອຍອໍ້າໄດ້ມາລາວຄັ້ງທຳອິດເຊື່ອວ່າທຸກໆຄົນກໍຄົງຈະຍັງຈື່ກັນໄດ້ເພາະສ້າງປະກົດການຮືຮາໄປທົ່ວປະເທດເພາະມີແຟນໆຊາວລາວໄປໃຫ້ການຕ້ອນຮັບກັນຢ່າງເນື່ອງແໜ້ນຈົນໄດ້ສາຍາວ່າ “ເຈົ້າແມ່ຫ້າງແຕກ” ແລະມາໃນເທື່ອນີ້ ເອື້ອຍອໍ້າ ພັດຊະຣາພາ ຊຸບຕາຄົນງາມກໍຈະມາພົບກັບແຟນໆອີກແລ້ວ ສາມາດໄປເຈິກັບເອື້ອຍອໍ້າໄດ້ເລີຍຢູ່ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນງານ ” Top Thai Brands 2017 ” ໃນເວລາ 17:00-18:00 ໂມງ ແລະ ນອກຈາກຈະມີ Superstar  ອໍ້າ ພັດຊະຣາພາ ແລ້ວຍັງມີສິນລະປິນທີ່ມາຮ່ວມໃນງານອີກຢ່າງຫຼວງຫຼາຍ, ຍັງບໍ່ໝົດ!!! ເພາະການມາຂອງເອື້ອຍ ອໍ້າ ພັດຊະຣາພາ ໄຊເຊື້ອ ໃນເທື່ອນີ້ຈະມາໃນແບບທີ່ໃຫ້ແຟນໆໄດ້ເວົ້າລົມ ແລະ ສຳພາດກັນແບບໃກ້ຊິດອີກເດີ້!!! (ຢ່າລືມຢ່າພາດ)

#ໃຜເປັນແຟນຄລັບຂອງ Superstar ສາວຄົນນີ້ກໍຢ່າລືມແຊຣບອກໝູ່ແດ່ເດີ້

ໝາຍເຫດ: ສຳລັບໝູ່ເພື່ອນຄົນໃດທີ່ບໍ່ສາມາດມາຮ່ວມໃນງານມື້ນີ້ກໍບໍ່ຕ້ອງເສຍໃຈໄປເດີ້ ສາມາດຕິດຕາມຮັບຊົມການ Live ສົດຈາກເພສ ຂວັນໃຈ ເຮົາໄດ້ ແລະ ຈະມີການເກັບພາບຂອງ ຊຸບຕາຫ້າງແຕກ ຄົນນີ້ມາຝາກທຸກຄົນແນ່ນອນ (ຢ່າລືມຕິດຕາມ ເລີ່ມເວລາ 17:00 ໂມງ)

ຮູບພາບ: aum_patchrapa

ແບ່ງປັນ