Breaking News

ຄູ່ນີ້ໜ້າຮັກ! ໂອປໍ-ໝໍໂອກ ເດີນທາງມາປະເທດລາວເປັນທີ່ຮຽບຮ້ອຍ…

ແບ່ງປັນ

ເປັນຄູ່ ສາມີ-ພັນລະຍາ ທີ່ໜ້າຮັກສຸດໆເລີຍສຳລັບ ໂອປໍ ປານິສະລາ ແລະ ໝໍໂອກ ສະມິດ ເຊິ່ງທັງ 2 ເປັນພິທີກອນ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ, ແລະ ໃນຕອນບ່າຍຂອງມື້ນີ້ທັງສອງກໍໄດ້ເດີນທາງມາຮອດປະເທດລາວເປັນທີ່ຮຽບຮ້ອຍເພື່ອມາຮ່ວມເປັນສິລະປິນຮັບເຊີນໃນງານ “Top Thai Brands 2017” ຢູ່ທີ່ສູນການຄ້າລາວ-ໄອເຕັກ. ແຕ່ພໍມາຮອດປະເທດລາວດາລາດັງທັງ 2 ກໍມີໂອກາດໄປກິນເຂົ້າທ່ຽງທີ່ຮ້ານອາຫານຊື່ດັງແຖວນາໄຊ (Senglao cafe) ເຊິ່ງເປັນຮ້ານອາຫານທີ່ມີບັນຍາກາດດີ ອາຫານແຊບ ຕົບແຕ່ງສະໄຕຍຸກ 70’s ຈົນເຮັດໃຫ້ທັງສອງຕິດອົກຕິດໃຈເຖິງຂັ້ນໂພສລົງໃນອິນສະຕາແກຼມກັນເລີຍ ແລະ ນອກຈາກນັ້ນທັງ ໂອປໍ ແລະ ໝໍໂອກ ກໍມີໂອກາດໄດ້ຖ່າຍຮູບກັບບັນດາແຟນຄລັບຊາວລາວດ້ວຍຄວາມເປັນກັນເອງອີກດ້ວຍ.

Senglao Cafe' #Vientiane

A post shared by Opal Panisara (@opalpanisara) on

ສຳລັບແຟນໆທ່ານໄດທີ່ພາດໂອກາດເຈິດາລາທັງສອງໃນມື້ນີ້ກໍບໍ່ຕ້ອງເສຍໃຈໄປ ເພາະສາມາດໄປເຈິກັບ ເອື້ອຍ ໂອປໍ ໄດ້ໃນມື້ອື່ນທີ່ສູນການຄ້າລາວ-ໄອເຕັກ!!!

ปะตูไช /เวียงจันทน์ #smithinvientiane

A post shared by Smith Arayaskul (@oak_smith) on

via: Senglao Café , opalpanisara ,  oak_smith

 

ແບ່ງປັນ