Breaking News

ຕື່ນເຕັ້ນກັນສຸດໆເລີຍ!!! ມາຮ່ວມສົ່ງແຮງໃຈໃຫ້ ອຸງ ທົດສະພອນ ຕົວແທນຈາກປະເທດລາວ

ແບ່ງປັນ

ຕື່ນເຕັ້ນກັນສຸດໆເລີຍ!!! ມື້ນີ້ແລ້ວທີ່ຈະໄດ້ຮູ້ຜົນການປະກວດ “Mister National Universe 2017” ເຊິ່ງໜຶ່ງໃນນັ້ນມີຊາຍໜຸ່ມສຸດເຈົ້າຊູ້ ອຸງ ທົດສະພອນ ສິດພະໄຊ ທີ່ເດີນທາງໄປເປັນຕົວແທນປະເທດລາວ ແລະ ເຊື່ອວ່າແຟນໆທຸກໆຄົນກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າການປະກວດ Mister National Universe ໃນປີນີ້ຈັດຂຶ້ນທີ່ ຫົວຫິນ ປະເທດໄທ ແລະ ການປະກວດກໍເລີ່ມຕັ້ງແຕ່ວັນທີ 5 ມິຖຸນາ ຈົນມາຮອດວັນທີ 13 ມິຖຸນາ ກໍເປັນມື້ທີ່ທຸກໆຄົນທົ່ວໂລກຈະຮູ້ກັນວ່າໃຜຈະເປັນຄົນໄດ້ຮັບຕຳແໜ່ງ Mister National Universe 2017 ນີ້ໄປຄອງ, ດັ່ງນັ້ນເຮົາຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ໜຸ່ມລາວ ອຸງ ທົດສະພອນ ໂດຍການເຂົ້າໄປ ກົດໄລ້ ກົດແຊຣ ຮູບພາບຂອງໜຸ່ມອຸງຢູ່ທີ່ເພສ (Mister National Universe the new Gen of the future) ເພາະຄະແນນທີ່ຄົນລາວເຮົາກົດໄລ້ ແລະ ແຊຣ ນັ້ນຈະເປັນຄະແນນສະສົມໃຫ້ຕົວແທນຈາກລາວເຮົານັ້ນເອງ.

#ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາບໍ່ແພ້ຊາດໃດໃນໂລກ

via: Firstmodelinglao

ແບ່ງປັນ