Breaking News

 ຊົມເຊີຍ! ໄວໜຸ່ມລາວຄົນເກັ່ງ ບິນລີ່ ສີອຳພັນ ພິຊິດມາແລ້ວ 2 ໂຄງການໃຫ່ຍ, ວ່າທີ່ອະນາຄົດຂອງວົງການແຟຼຊັ່ນ!!!

ແບ່ງປັນ

ວ້າວໆໆ!!! ມື້ນີ້ ຊະນີIndy ຮູ້ສຶກຕື່ນເຕັ້ນກັບໄວໝຸ່ມລາວເຮົາຫຼາຍໆ ແລະ ພາກພູມໃຈທີ່ຈະນຳສະເໝີວ່າທີ່ອະນະຄົດຂອງວົງການແຟຊັ່ນລາວນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ (ບິນລີ່) ອາຍຸ 19 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ, ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ, ບິນລີ່ ຈະເອີ້ນໄດ້ວ່າເປັນໄວໜຸ່ມລາວທີ່ເກັ່ງ ແລະ ມີຄວາມສາມາດຫຼາຍກໍວ່າໄດ້ ເພາະສາມາດແຂ່ງຂັນເປັນຜູ້ຊະນະເລີດໃນໂຄງການ ນັກອອກແບບໜຸ່ມນ້ອຍ “Lao Young Designer 2016” ຈົນໄດ້ທຶນໄປສຶກສາຕໍ່ທີ່ສະຖາບັນແຟຼຊັ່ນລະດັບໂລກໃນປະເທດ ຝຣັ່ງ ມາແລ້ວ ແລະ ຫຼ້າສຸດໃນເມື່ອບໍ່ດົນມານີ້ ບິນລີ່ ກໍຍັງເປັນ 1 ໃນ 2 ຄົນ ສຸດທ້າຍຂອງໂຄງການ “AirAsia Runway Ready Designer Search 2017” ທີ່ຈະເປັນຕົວແທນຈາກປະເທດລາວໄປແຂ່ງຂັນຮອບສຸດທ້າຍ ຊຶ່ງການແຂ່ງຂັນດັ່ງກ່າວຈະມີທັງໝົດ 10 ປະເທດ ອາຊຽນ ແລະ ຈະຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ໃນເດືອນ ສິງຫາ ທີ່ຈະມາເຖິງນີ້.

ນອກຈາກນັ້ນ ບິນລີ່ ຍັງຝາກຫາແຟນເພສຂອງ ຂວັນໃຈ ທີ່ມີຄວາມຝັນຢາກເປັນນັກອອກແບບວ່າ: “ບິນລີ່ເອງກໍຂໍຝາກເນາະ ສຳລັບທຸກໆຄົນທີ່ຕິດຕາມຜົນງານ ກໍຂໍຂອບໃຈທີ່ມັກແລະຊື່ນຊົມໃນຜົນງານ ແລະ ກໍຂໍຝາກເຖິງນ້ອງໆໝູ່ເພື່ອນອ້າຍເອື້ອຍທຸກຄົນທີ່ວ່າມັກໃນດ້ານການອອກແບບຂໍຈົ່ງຢ່າຖິ້ມຄວາມຝັນໂຕນີ້ເດີ້ ເພາະວ່າວົງການໃນລາວນີ້ມັນແຄບ ແລະ ມັນຍັງບໍ່ມີຜູ້ທີ່ຈະມາບຸກເບີກ ແລະ ພັດທະນາວົງການແຟຊັ່ນໃນລາວ ການທີ່ຈະພັດທະນາວົງການແຟຼຊັ່ນໃນລາວເຮົາຕ້ອງພັດທະນາບຸກຄົນກ່ອນ ຢ່າງໃດກໍຢ່າຖິ້ມຄວາມຂອງຕົວເອງເດີ້ ຂໍເປັນກຳລັງໃຈໃຫ້ທຸກຄົນເຊັ້ນກັນ” (ມີແນວຄວາມຄິດດີໆ ວ່າບໍ່ ຂໍຊົມເຊີຍ)

ມີຜົນງານຂອງ ບິນລີ ສີອຳພັນ ມາຝາກແຟນໆທຸກໆຄົນນຳເດີ້, ລອງມາເບິ່ງແລ້ວທຸກຄົນຈະຕະລຶງໃນຜົນງານຂອງເພິ່ນ!!!

#ແຊຣໃຫ້ໂລກຮູ້ເຖິງຄວາມສາມາດຂອງໄວໜຸ່ມລາວ

    

ຂໍຂອບໃຈຮູບພາບຈາກ: Billy Si Amphan

ແບ່ງປັນ