Breaking News

ສິ່ງທີ່ຄວນປະຕິບັດ ກ່ອນຈະເປັນ “ເສດຖີ”.

ແບ່ງປັນ

ຫຼາຍຄົນອາດຄິດຄືກັນວ່າ ກ່ອນຈະ “ ຮັ່ງມີ ” ຕ້ອງມີເງິນມູນມາກ່ອນ ເຊິ່ງມັນກໍ່ບໍ່ແມ່ນເລື່ອງທີ່ຜິດ ແລະ ຄົນທີ່ຮັ່ງມີບາງຈຳນວນ ພວກເຂົາກໍບໍ່ໄດ້ເລິ່ມຈາກການມີເງິນ ແຕ່ພວກເຂົາໄດ້ເລີ່ມຈາກສອງມື ທຸ້ມເຫື່ອເທແຮງຊອກຫາດ້ວຍຕົວເອງ ແລະ ວາລະສານຂວັນໃຈສະບັບນີ້ ກໍມີວິທີມາແນະນຳ ເຊິ່ງວິທີເຫຼົ່ານີ້ກໍ່ເປັນວິທີງ່າຍໆທີ່ໃຜກໍ່ສາມາດ “ສ້າງ” ໃຫ້ເກີດກັບຕົວເອງໄດ້.

  1. ເຮັດໃຈໃຫ້ໃຫຍ່ໂດຍບໍ່ຕ້ອງໃຊ້ເງິນ ສິ່ງທໍາອິດທີ່ຄວນເຮັດ ແມ່ນເຮັດຕົວເອງໃຫ້ມີຄວາມສຸກຈາກພາຍໃນ ເຮັດໃຫ້ຕົວເອງມີຄວາມສຸກ ເພາະຕົວເຮົາເອງເປັນປັດໄຈ ບໍ່ຕ້ອງເອົາໄປຍຶດຕິດໄວ້ກັບສິ່ງຂອງ ຫຼື ການຕອບສະໜອງຂອງຄົນອື່ນ.
  2. ມີລະບຽບວິໄນຕໍ່ຕົນເອງ; ການມີລະບຽບວິໄນກັບຕົນເອງໃນເລື່ອງອື່ນໆ ຈະຊ່ວຍໃຫ້ເຮົາມີລະບຽບວິໄນເລື່ອງການເງິນເພິ່ມຂຶ້ນ ຖ້າເຮົາຮັກສາສັນຍາທີ່ໃຫ້ໄວ້ກັບຕົນເອງ ແລະ ຄົນອື່ນໄດ້ ບໍ່ວ່າຈະເປັນເລື່ອງນ້ອຍໆ ເຊັ່ນ: ຕື່ນເຊົ້າທຸກມື້, ໄປຕາມນັດໃຫ້ຖືກເວລາ ບໍ່ຊັກຊ້າ ກໍ່ມີຄວາມເປັນໄປໄດ້ສູງທີ່ເຮົາຈະມີລະບຽບ ວິໄນໃນເລື່ອງການເງິນເພາະເຮົາຊື່ສັດຕໍ່ຕົນເອງ.
  3. ຕັ້ງເປົ້າໝາຍ; ຄົນທີ່ທ້ອນເງິນໄດ້ຫຼາຍລ້ານ ຫລື ຄົນທີ່ມີທຸລະກິດເປັນຮ້ອຍລ້ານໃນຊ່ວງທີ່ອາຍຸຍັງນ້ອຍ ສ່ວນໃຫຍ່ທຸກຄົນມີ “ ເປົ້າໝາຍ ” ເພາະການຕັ້ງເປົ້າໝາຍຈະເຮັດໃຫ້ເຮົາສາມາດວາງແຜນອອກມາໄດ້ຢ່າງຈະແຈ້ງ.
  4. ບໍ່ມີ ບໍ່ຢືມ ບໍ່ດາວ ແລະ ບໍ່ຜ່ອນ; ເມື່ອບໍ່ມີເງິນ ຖ້າບໍ່ມີຄວາມຮູ້ເລື່ອງການເງິນກໍ່ບໍ່ຄວນຢືມ ຫຼື ດາວເຄື່ອງ ໂດຍສະເພາະຊື້ເຄື່ອງໃນສິ່ງທີ່ “ ບໍ່ຈໍາເປັນ ” ການທີ່ບໍ່ມີໜີ້ເປັນລາບອັນປະເສີດ ເພາະນອກຈາກເຮົາຈະຕ້ອງຈ່າຍຕົ້ນທຶນແລ້ວ ລອງຄິດໄລ່ເບິ່ງດອກເບ້ຍນໍາອີກ ບາງທີອາດຫຼາຍກວ່າຍອດເງິນທີ່ເຮົາຢືມມາກໍ່ໄດ້.
  5. ເລີ່ມທ້ອນເງິນແຕ່ຕອນຍັງນ້ອຍ; ການທ້ອນເງິນບໍ່ຈຳເປັນຕ້ອງຖ້າໃຫ້ມີຫຼາຍກ່ອນແລ້ວຈຶ່ງທ້ອນ ເພາະຄົນທີ່ຈະເບິ່ງແຍງອານາຈັກໄດ້ດີຕ້ອງເບິ່ງແຍງບ້ານຂອງຕົນເອງໃຫ້ໄດ້ດີສາກ່ອນ ສ່ວນຄົນທີ່ຈະເບິ່ງແຍງບ້ານໄດ້ດີກໍ່ຕ້ອງເບິ່ງແຍງຫ້ອງຂອງຕົນເອງໃຫ້ດີກ່ອນເຊັ່ນດຽວກັບ ເລີ່ມຈາກນ້ອຍໆ ເຝິກລະບຽບວິໄນຂອງຕົວເອງໄປເລື້ອຍໆ.
ແບ່ງປັນ