Breaking News

ທອງພູນ ພະບໍລິບູນ ຫາກມີແຟນຢາກປົກປ້ອງ, ເບິ່ງແຍງໃຫ້ດີທີ່ສຸດ

ແບ່ງປັນ

ນິດໄສ, ການປະພຶດ ຄຸນລັກສະນະໃນຕົວ ຄືສະເໜ່ຂອງຜູ້ຍິງ

05

ທອງພູນ ພະບໍລິບູນ ຫລື ຄຳ ອາຍຸ 25 ປີ ໜຸ່ມເຈົ້າສະເໜ ຈາກແຂວງຄຳມ່ວນ ທີ່ມີຄວາມສາມາດ ພິເສດເປັນ Bar trainer, ຈົບການສຶກສາຈາກວິທະຍາໄລວຽງຈັນ-ຮ່າໂນ້ຍ ປັດຈຸບັນ ເປັນພະນັກງານບໍລິສັດລ້ານຊ້າງມີເດຍ, ເປັນນັກເດີນແບບ, ຖ່າຍແບບ… ພ້ອມນີ້, ຜົນງານຫລ້າສຸດຄືການສະແດງຮູບເງົາສັ້ນເລື່ອງ ເອລະວັນ ຂອງຄ້າຍ 856 Media House ທີ່ສົ່ງເຂົ້າປະກວດໃນເທດສະການຮູບເງົາສັ້ນລະດັບສາກົນ ທີ່ປະເທດ ອາເມລິກາ ພ້ອມກັບ 80 ປະເທດທົ່ວໂລກ.

04

ທອງພູນ ເຂົ້າມາຢູ່ໃນວົງການບັນເທີງຈາກເວທີລາວຊຸບເປີໂມເດວ 2015 ກັບຕໍາແໜ່ງຂວັນໃຈມະຫາຊົນ. ວຽກໃນປັດຈຸບັນ, ນອກຈາກເຮັດວຽກປະຈຳ, ເດີນແບບ, ຖ່າຍແບບ, ເຂົ້າປະກວດໃນເວທີຕ່າງໆ ເຊັ່ນ: ໂຄງການຂວັນໃຈສາວໆ 2016 ແລະ 30 ໜຸ່ມໂສດໃນລາວແລ້ວ. ສິ່ງທີ່ເຮັດໃຫ້ ທອງພູນ ມີຄວາມສຸກທີ່ສຸດແມ່ນການໃຊ້ຊີວິດແບບສະບາຍໆ ບໍ່ຜູກຕິດກັບສິ່ງທີ່ເຮັດໃຫ້ເຮົາທຸກ ແລະ ບໍ່ເອົາຊີວິດຕົນເອງໄປປຽບທຽບກັບຄົນອື່ນໆທີ່ດີກວ່າ.

02

ວາລະສານຂວັນໃຈ ສະບັບ 110 ປະຈໍາເດືອນ ກັນຍາ 2016

ໂດຍ: ປູແປ້ງ ສຸມິດສາ

ແບ່ງປັນ