Breaking News

ເປັນຫຍັງກະເປົ໋າ Hermes ທີ່ຕັ້ງລາຄາສູງສຽດຟ້າ ພັດເປັນທີ່ຕ້ອງການຫຼາຍ

ແບ່ງປັນ

ສິ່ງໜຶ່ງທີ່ເຮົາຮູ້ກັນດີຄືກະເປົ໋າ Hermes ເປັນກະເປົ໋າແບຣນດັງທີ່ມີລາຄາແພງຫຼາຍ… ຊະນິດທີ່ວ່າກະເປົ໋າບາງໃບ, ບາງລຸ້ນ ມີມູນຄ່າຫຼາຍກວ່າລົດຄັນຫຼູດ້ວຍຊໍ້າ ແຕ່ເປັນຫຍັງ? ຈຶ່ງຍັງເປັນແບຣນທີ່ຂາຍດິບຂາຍດີ ຈົນຜະລິດອອກມາເກືອບບໍ່ທັນກັບຄວາມຕ້ອງການຂອງລູກຄ້າ ມາໄຂຄວາມຈິງກັນເລີຍ!!

1 ແບຣນຄລາສສິກຕະຫຼອດການ

Hermes ກໍາເນີດຂຶ້ນຄັ້ງທໍາອິດໃນປີ 1837 ເຖິງຈະຜ່ານໄປເປັນຮ້ອຍປີແລ້ວແຕ່ Hermes ຍັງເປັນທີ່ຕ້ອງການຂອງເຫລົ່າຄົນມີເງິນ ເພາະຄວາມພິເສດທີ່ບໍ່ຄືໃຜ ເຮັດໃຫ້ຍັງສາມາດຄອງໃຈຄົນໄວ້ໄດ້

2 ຄຸນນະພາບຂອງສິນຄ້າ

Hermes ມີມາດຕະຖານ ແລະ ຂະບວນການຜະລິດທີ່ເຂັ້ມງວດທີ່ສຸດ ໜັງຂອງກະເປົ໋າປາສະຈາກຕໍານິ, ຮາດແວຂອງກະເປົ໋າຈະບໍ່ມີແມ່ນແຕ່ຮອຍຂີດ ແລະ ຄວາມໝອງ ເພາະຜະລິດຕະພັນທຸກອັນຜ່ານກໍາມະວິທີການຜະລິດຢ່າງພິຖີພິຖັນ ວັດສະດຸທີ່ໃຊ້ກໍເປັນວັດສະດຸຊັ້ນດີຕ້ອງເປັນເກດເອເທົ່ານັ້ນ ພ້ອມທັງໃຊ້ຊ່າງຍິບທີ່ມີຄຸນນະພາບກ່ອນຈະມາເປັນຊ່າງຍິບໄດ້ຕ້ອງໄດ້ຜ່ານການຝຶກຈົນຊໍານານໃນໂຮງງານທີ່ຝຣັ່ງເປັນເວລາ 3 ປີ

3 ຫາຊື້ຍາກ

ກະເປົ໋າແບຣນເນມທີ່ບໍ່ແມ່ນມີແຕ່ເງິນແລ້ວຈະຊື້ໄດ້ ເພາະຕ້ອງມີຄວາມອົດທົນໃນການຖ້າສູງເນື່ອງຈາກ Hermes ທຸກໜ່ວຍໃຊ້ເວລາໃນການຜະລິດດົນ ແຖມຍັງຕ້ອງຈັດຄິວລໍຖ້າຊື້ດົນ ທັງນີ້ ຮ້ານຂອງ Hermes ທົ່ວໂລກມີພຽງ 300 ກວ່າສາຂາເທົ່ານັ້ນ.

4 ກໍານົດກຸ່ມລູກຄ້າ

ຕ້ອງບອກວ່າໃຜທີ່ໄດ້ກະເປົ໋າແບຣນນີ້ໄປຄອງຈະຮູ້ສຶກພິເສດຂຶ້ນແບບບໍ່ໜ້າເຊື່ອ ເພາະບໍ່ແມ່ນວ່າໃຜກໍຈະສາມາດເປັນເຈົ້າຂອງກະເປົ໋າສຸດຫຼູນີ້ໄດ້ເວົ້າງ່າຍໆຄືຕ້ອງເປັນຄົນທີ່ທາງແບຣນເຫັນແລ້ວວ່າເໝາະສົມ ແລະ ຄູ່ຄວນ.

5 ສາມາດຂາຍຕໍ່ເພື່ອເກກໍາໄລໄດ້

ທຸກມືື້ນີ້ກະເປົ໋າແບຣນເນມປຽບເໝືອນຊັບສິນທີ່ມີຄ່າບໍ່ຕ່າງຈາກເຄື່ອງເພັດ ເຈົ້າອາດຈະສາມາດຂາຍໄດ້ຫຼາຍກວ່າຈໍານວນທີ່ເຈົ້າຈ່າຍໄປ ທີ່ສໍາຄັນແບຣນຫຼູຄື Hermes ກໍຍັງຢູ່ໃນຄວາມຕ້ອງການຂອງຜູ້ຄົນຕະຫຼອດເວລາ.

ຂໍ້ມູນ: ວາລະສານແພຣວ

ແບ່ງປັນ