Breaking News

Go Inter!!! ວັນໃໝ່ ທຳມະວົງ ດັງໄກຮ່ວມເດີນແບບແຟຼຊັ່ນໂຊລະດັບໂລກທີ່ປະເທດສິງກະໂປ

ແບ່ງປັນ

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດ2 ອັນດັບຕົ້ນໆຂອງລາວເຮົາ Go Inter ແລ້ວເພາະຖືກເຊີນໄປເປັນນາງແບບໃນງານ “ASEAN Fashion Designers Showcase” ຈັດຂຶ້ນທີ່ປະເທດ ສິງກະໂປ ໃນວັນທີ 7 ກໍລະກົດ 2017 ທີ່ຜ່ານມາ, ເຊິ່ງງານ “ASEAN Fashion Designers Showcase” ກໍເປັນງານທີ່ຍິ່ງໃຫ່ຍມີຫ້ອງເສື້ອ, ນັກອອກແບບ (Designers), ນາງແບບ, ຊາຍແບບ ແລະເຫຼົ່າແຟຼຊັ່ນນິດຕ້າຈາກຫຼາຍໆປະເທດເຂົ້າຮ່ວມ.

ສຳລັບ ວັນໃໝ່ ມົນຈຳປາ ທຳມະວົງ ກໍເປັນສາວປະເພດສອງຂອງລາວເຮົາທີ່ມີຄວາມສາມາດໃນຫຼາຍໆດ້ານ ເພາະເຄີຍຜ່ານເວທີປະກວດຈາກເວທີ Miss International Queen ເຊິ່ງເປັນເວທີການປະກວດລະດັບໂລກ,  ຜ່ານມາມີຜົນງານມີປະກວດ Miss International Queen 2016 ໄດ້ຮັບລາງວັນຊຸດປະຈໍາຊາດດີເດັ່ນ ແລະ ກ່ອນໜ້າທີ່ໄປປະກວດ ວັນໃໝ່ ກໍມີວຽກດ້ານວົງການບັນເທິງມາກ່ອນກໍຄື ເດີນແບບຢູ່ບ້ານເຮົາ ແລະມີໂອກາດໄດ້ໄປເດີນແບບຢູ່ປະເທດເພື່ອນບ້ານ ຈົນມາເຖິງປັດຈຸບັນກໍສາມາດ Go Inter ເປັນທີ່ຮັບຮູ້ຈາກຊາວຕ່າງຊາດໄດ້ສຳເລັດ.

#ແຊຣໄປໃຫ້ໂລກຮູ້

ຂໍຂອບໃຈຮູບພາບຈາກ: Wanmai Thammavong , ASEAN Fashion Designers Showcase

ແບ່ງປັນ