Breaking News

ມາແລ້ວ!!! ແຮງບັນດານໃຈສໍາລັບຄົນມີຝັນ (Designer your Dream Designer your Life)

ແບ່ງປັນ

ຄໍລໍາ Special Scoop ໃນເດືອນ ກໍລະກົດ ສະບັບເລກທີ 120 ນີ້ເຮົາມາເພີ່ມແຮງບັນດານໃຈໃຫ້ສາວໆ ທີ່ມີຄວາມໃຝ່ຝັນ ຢາກເປັນ Designer ຫຼື ນັກອອກແບບເສື້ອຜ້າ ແຕ່ຖ້າຍັງບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດ ມື້ນີ້ເຮົາໄດ້ນໍາເອົາ ແຮງບັນດານໃຈ ຈາກເລື່ອງລາວຂອງ 3 ສາວເຈົ້າຂອງຫ້ອງເສື້ອທີ່ທຸກຄົນຮູ້ຈັກດີ ຢ່າງ Vina Brand, Chic & Trendy ແລະ TYNA Brand. ເລື່ອງແຮງບັນດານໃຈ, ຄວາມຮູ້ດີໆແບບນີ້ຊອກອ່ານຢູ່ໃສບໍ່ໄດ້ອີກແລ້ວ.

  • ວີນາ ຈັນພະນາ ( ສາວມິ້ມ ) ເຈົ້າຂອງ Vina Brand ( ເມື່ອເຫັນລົມພັດປິວມັນເຮັດໃຫ້ຮູ້ເລີຍວ່າ ຊຸດທີ່ອອກມາຕ້ອງປິວໄປຕາມລົມແບບໃດ ).

  • ດາລຸນີ ພິລາວັນ ( ເອື້ອຍດາ ) ເຈົ້າຂອງຫ້ອງເສື້ອ Chic & Trendy ( ເຖິງເທື່ອທໍາອິດຈະຜິດພາດ ແຕ່ຖ້າເຮົາລອງເຮັດໄປເລື້ອຍໆ ແລ້ວມັນຈະກາຍເປັນປະສົບການ ແລະ ປະສົບຜົນສໍາເລັດໃນທີ່ສຸດ )

 

  • ສົມພອນ ພອນປະເສີດ ( ຕິນ່າ ) ເຈົ້າຂອງ TYNA Brand ( ແຮງບັນດານໃຈໃນການອອກແບບຂອງຕິນ່າ ແມ່ນເອົາຮູບຊົງຂອງສະຖາປັດຕະຍະກໍາ ແບບທີ່ມີໂຄ້ງສ້າງທີ່ສະລັບສັບຊ້ອນ )

 

ຖ້າໃຜຢາກອ່ານຂໍ້ມູນແບບເຕັມໆ ຫຼື ຢາກໄດ້ແຮງບັນດານໃຈຈາກສາມສາວ Designer ຄົນເກັ່ງ ສາມາດຊອກອ່ານໄດ້ໃນວາລະສານຂວັນໃຈ ສະບັບເດືອນ ກໍລະກົດ 2017 ຕາມ Mpoint Mart, Jeffy Mart ແລະ Uexpress

ແບ່ງປັນ